• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊັວນ​ຝຸກ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ​ເອີ​ລົບ​ປະ​ຈຳ​ຫວຽດ​ນາມ

ຕອນບ່າຍວັນທີ 2 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ໄດ້ໃຫ້ການທ່ານ Bruno Angetlet ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າສະຫະພາບເອີລົບ (EU) ປະຈຳຫວຽດນາມ ມາເຂົ້ນຢ້ຽມອຳລາ ໃນໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າສະຫະພາບເອີລົບປະຈຳຫວຽດນາມ 

ນະທີ່ນິ້, ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນຕັ້ງໜ້າ ແລະ ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດໃນການເພີ່ມທະວີ, ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອີຢູ ເລິກເຊິ່ງຂຶ້ນຕື່ມ, ພົ້ນເດັ່ນແມ່ນເລື່ອງສອງຝ່າຍໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ-ອີຢູ (EVFTA)  ຢ່າງເປັນທາງການ ແລະ ສັນຍາອາລັກຂາການລົງທຶນ (EVIPA) ໃນເດືອນມິຖຸນາທີ່ຜ່ານມາ. ວົງເງິນການຄ້າສອງຝ່າຍບັນລຸກ່ວາ 56 ຕື້ USD ໃນປີ 2018. ບັນດາບໍລິສັດເອີລົບ ມີກ່ວາ 2000 ໂຄງການລົງທຶນທີ່ມີມູນຄ່າປະມານ 25 ຕື້ USD ຢູ່ຫວຽດນາມ.

  ທ່ານນາຍົກລັດຖະມົນຕີຫງວຽນຊັວນຝຸກ ເຊື່ອໝັ້ນວວ່າ, ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ ທ່ານເອກອກຄະລັດຖະທູດຍາມໃດກໍ່ແມ່ນເພື່ອນຜູ້ທີ່ດີ, ສະໜັບສະໜູນຫວຽດນາມ ແລະ ສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ແລະການພົວພັນອັນດີງາມລະຫວ່າງຫວຽດນາມ-ອີຢູ.

  ສ່ວນທ່ານເອກອກຄະລັດຖະທູດ Bruno Angetlet ໃຫ້ຮູ້ວ່າ: ທ່ານໄດ້ເປັນສັກຂີພິຍານການປ່ຽນແປງໃໝ່ອັນໃຫ່ຍຫຼວງຂອງຫວຽດນາມ ແລະ ຕີລາຄາວ່າ ແງ່ຫວັງການພັດທະນາຂອງຫວຽດນາມ ແມ່ນດີງາມທີ່ສຸດ. ທ່ານຖືວ່າ, ໃນໄລຍະຈະມາເຖິງ ສອງຝ່າຍຈະພ້ອມກັນສຸມໃສ່ຊຸກຍູ້ບັນດາໂຄງການ, ຂອບເຂດການຮ່ວມມືທີ່ໄດ້ລົງນາມແລ້ວ. ອີຢູ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດຕ່າງກັນ, ນັບທັງດ້ານເສດຖະກິດ, ການຄ້າ ແລະ ການໜູນຊ່ວຍຍຸດທະສາດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top