• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຕະຫຼາດ​ແຮງ​ງານ

ຕອນເຊົ້າວັນທີ 20 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມແບບທາງໄກທົ່ວປະເທດ ກ່ຽວກັບການ “ພັດທະນາຕະຫຼາດແຮງງານຢ່າງມີໄຫວພິບ, ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ”.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ໄດ້ເອົາໃຈໃສ່ຊີ້ນຳ, ນຳພາ, ປະກາດໃຊ້ ແລະ ຜັນຂະຫຍາຍປະຕິບັດຫຼາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບຕະຫຼາດແຮງງານ. ແຕ່ເຖິງຢ່າງໃດກໍຕາມ, ການພັດທະນາຕະຫຼາດແຮງງານຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງໃນຕໍ່ໜ້າ ແລະ ໃນໄລຍະຍາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ຢ່າງວ່ອງໄວ ແລະ ຍືນຍົງ.  ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

“ກອງປະຊຸມຄັ້ງນີ້ ດ້ວຍຫົວຂໍ້ “ພັດທະນາຕະຫຼາດແຮງງານຢ່າງມີໄຫວພິບ, ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ” ເພື່ອພ້ອມກັນຕີລາຄາກ່ຽວກັບໝາກຜົນທີ່ບັນລຸໄດ້ຂອງຕະຫຼາດແຮງງານໃນຊຸມປີຜ່ານມາ, ພ້ອມທັງຍອມຮັບຮູ້ຂໍ້ຄົງຄ້າງ, ຈຳກັດ, ສິ່ງທ້າທາຍ ແລະ ບັນດາບັນຫາທີ່ພວມວາງອອກໃນປັດຈຸບັນຢ່າງກົງໄປກົງມາ ເພື່ອມີມາດຕະການພັດທະນາຕະຫຼາດແຮງງານຢ່າງເໝາະສົມໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນເປັນເຈົ້າການຮັບມືກັບກໍລະນີເກີດຂຶ້ນບັງເອີນໃນຕະຫຼາດ”.  

ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາຜູ້ແທນ ຈົ່ງສຸມໃສ່ບາງເນື້ອໃນຕົ້ນຕໍຄື: ເຮັດແນວໃດເພື່ອຍົກສູງສະຕິຄວາມຮັບຮູ້ຂອງສັງຄົມກ່ຽວກັບບົດບາດພັດທະນາຕະຫຼາດແຮງງານ ແລະ ແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ, ຍືນຍົງ; ປ່ຽນແປງໃໝ່ ແລະ ສ້າງກົນໄກ, ນະໂຍບາຍກ່ຽວກັບຕະຫຼາດແຮງງານ ຕາມທິດໃດໜຶ່ງ ໃຫ້ສົມບູນແບບເພື່ອເພີ່ມທະວີການຄຸ້ມຄອງລັດ ແລະ ຮັບປະກັນເງື່ອນໄຂທີ່ຈຳເປັນໃຫ້ຕະຫຼາດແຮງງານພັດທະນາຢ່າງກົມກ່ຽວ, ມີປະສິດທິຜົນ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງ…

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top