ວັນທີ 20 ເມສາ, ທ່ານນາຍົ
ກລັດຖະມົນຕີ ສ.ເຊັກໂກ Petr Fiala ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ນັບແຕ່ ວັນທີ 22 ເມສາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຄວາມຫວັງຢາກເພີ່ມທະວີການພົວພັນສອງຝ່າຍຂອງການນຳສອງປະເທດ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ອາຊີ ຄັ້ງທຳອິດຂອງທ່ານນາຍົກບັດຖະມົນຕີ ສ.ເຊັກໂກ Petr Fiala ນັບແຕ່ເວລາດຳລົງຕຳແໜ່ງເມື່ອທ້າຍປີ 2021 ແລະ ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳລັດຖະບານ ເຊັກໂກ ໃນໄລຍະເວລາ 15 ປີຜ່ານມາ. ການຢ້ຽມຢາມໄດ້ດຳເນີນໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ມີການພັດທະທາອັນດີງາມ. ຄາດວ່າໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຈະມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ, ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ສ.ເຊັກໂກ.