• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ສື່ມວນ​ຊົນ ແມ່ນ​ຂົວເຊື່ອມ​ຕໍ່​​ຂໍ້​ມູນ​ຂ່າວສານ ລະ​ຫວ່າງ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ

ຕອນບ່າຍວັນທີ 17 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການພົບປະຂອງຄະນະປະຈຳລັດຖະບານກັບການນຳບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 97 ປີ (21/6/1925 – 21/6/2022).

ຕອນບ່າຍວັນທີ 17 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການພົບປະຂອງຄະນະປະຈຳລັດຖະບານກັບການນຳບັນດາອົງການສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 97 ປີ (21/6/1925 – 21/6/2022).

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ທີ່ການພົບປະກັບຜູ້ຕາງໜ້າການນຳກະຊວງຖະແຫຼງຂ່າວ ແລະ ການສື່ສານ, ສະມາຄົມນັກຂ່າວ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດາສຳນັກຂ່າວສານ, ສື່ມວນຊົນແຫ່ງຕ່າງໆ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຜ່ານ 97 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຫຼາຍດ້ານຢ່າງບໍ່ຢຸດຢັ້ງ. ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສອງປີກວ່າຜ່ານມາ, ບັນດານັກຂ່າວບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ໄດ້ທຸ້ມເທເຫື່ອແຮງທາງກາຍ ແລະ ໃຈຢູ່ແນວໜ້າ, ຈຸດທີ່ເກີດໂລກລະບາດຢ່າງຮ້າຍແຮງ ເພື່ອສ້າງຄວາມເຫັນດີເຫັນພ້ອມ, ແບ່ງເບົາ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນ. ທ່ານນາຍົກລັດຖະມົນຕີຫວັງວ່າ, ໃນໄລຍະຈະມາເຖິງ, ສື່ມວນຊົນຈະສືບຕໍ່ເພີ່ມທະວີການສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງຊັດເຈນ, ພາວະວິໄສ, ສັດຊື່ບໍລິສຸດ ແລະ ໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຢ່າງທັນການ, ແມ່ນເວທີປາໄສທີ່ສະແດງຄວາມມຸ່ງມາດປາດຖະໜາ, ເຈດຈຳນົງຂອງປະຊາຊົນ; ຕັ້ງໜ້າສູ້ຊົນ, ປະຕິເສດຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ຂໍ້ມູນຂ່າວທີ່ບໍ່ດີ; ຍູ້ແຮງການໂຄສະນາ, ແຜ່ກະຈາຍບັນດາເລື່ອງລາວທີ່ດີທີ່ງາມ ແລະ ແບບຢ່າງທີ່ດີ. ພິເສດ, ສື່ມວນຊົນຕ້ອງແມ່ນອາວຸດທີ່ແຫຼມຄົມໃນວິວັດການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top