• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ

ໃນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບບັນດາກຸ່ມບໍລິສັດ, ວິສາຫະກິດ, ກອງທຶນການລົງທຶນ ແຖວໜ້າສິງກະໂປ ແລະ ໂລກ ທີ່ມີຫ້ອງການຕັ້ງຢູ່ສິງກະໂປ.
  ທ່ານນາຍົກລັດຖະມົນຕີ ສະເໜີ້ Sembcorp ສືບຕໍ່ສົມທົບກັບອົງການຫວຽດນາມ, ແຂວງລ້າງເຊີນ ແລະ ເງະອານ ເພື່ອປະຕິບັດໂຄງການ VSIP (ພາບ: VGP)  

ທີ່ການຕ້ອນຮັບ, ທ່ານ Tow Heng Tan, ຮອງປະທານສະພາບໍລິຫານ, ຜູ້ອຳນວຍການ ບໍລິສັດ Sembcorp Industries ພ້ອມກັບບັນດາການນຳກຸ່ມບໍລິສັດ Sembcorp  ທີ່ມີເງິນລົງທຶນ ຂອງລັດຖະບານ ສິງກະໂປ ສະໜອງມາດຕະການຫັນປ່ຽນພະລັງງານ ແລະ ພັດທະນາຕົວເມືອງໃນທົ່ວໂລກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດມີແຜນການເປີດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕື່ມອີກ ຢູ່ແຂວງ ລ້າງເຊີນ, ເງະອານ ເພື່ອປະຕິບັດໂຄງການ VSIP ຕາມທິດເຂດອຸດສາຫະກຳອັດສະລິຍະ, ທັນສະໄໝ ແລະ ຍືນຍົງ.

ທີ່ການຕ້ອນຮັບທ່ານ Lee Chong Min, ປະທານກອງທຶນ CMIA (ກອງທຶນທີ່ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປ) ແລະ ທ່ານນາງ Nina Yang, ຜູ້ອຳນວຍການຝ່າຍບໍລິຫານ Surbana Jurong (SJ) - ບໍລິສັດໃຫ້ຄຳປຶກສາການບໍລິການຄຸ້ມຄອງ, ພື້ນຖານໂຄງລ່າງ ແລະ ຕົວເມືອງທົ່ວໂລກມີທຶນ 100% ຂອງລັດຖະບານ ສິງກະໂປ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງກອງທຶນ CMIA ແລະ ກຸ່ມບໍລິສັດ SJ ລົງທຶນໂຄງການພັດທະນາແບບຍືນຍົງ “ເຂດຕົວເມືອງນິເວດກະສິກຳ - ສະບຽງອາຫານ ເຕັກໂນໂລຢີສູງ” ຢູ່ເມືອງກູຈີ, ນະຄອນໂຮ່ຈີມິນ.

 

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top