ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ ບຣາຊິນ
ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກ້ວາງ 2025, ຕອນບ່າຍວັນທີ 05 ກໍລະກົດ, ຢູ່ Rio de Janeiro, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ ວິສາຫະກິດ ຫວຽດນາມ ບຣາຊິນ, ດ້ວຍການເຂົ້າຮ່ວມຂອງການນຳບັນດາກະຊວງ, ອົງການ ແລະ ຜູ້ແທນບັນດາກຸ່ມບໍລິສັດ ວິສາຫະກິດໃຫຍ່ຂອງສອງປະເທດກ່ວາ 80 ທ່ານ.
ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວິສາຫະກິດສອງຝ່າຍ ຍູ້ແຮງການເຊື່ອມໂຍງ, ການຮ່ວມມື, ການລົງທຶນ ແລະ ຜັນຂະຫຍາຍສາມຂົງເຂດການຮ່ວມມືຈຸດສຸມ ແລະ ບຸກທະລຸ ລວມມີ: ກະສິກຳ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ໂທລະຄົມມະນາຄົມ, ການຂຸດຄົ້ນ, ປຸງແຕ່ງແຮ່ທາດ…
ພິເສດ, ໃນສະພາບການບຣາຊິນ ແລະ ຫວຽດນາມ ແມ່ນສອງປະເທດຜະລິດ ກາເຟໃຫຍ່ອັນດັບທີ ໜຶ່ງ ແລະ ທີສອງໃນໂລກ, ສອງຝ່າຍເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນຂົງເຂດກາເຟ, ຊຸກຍູ້ສ້າງສະຫະພັນການຜະລິດ ແລະ ສົ່ງອອກກາເຟ, ຄົ້ນຄ້ວາການສ້າງຕະຫຼາດແລກປ່ຽນຄ້າຂາຍກາເຟ, ສ້າງເຄື່ອງໝາຍກາເຟຮ່ວມ ແລະ ຍົກລະດັບວັດທະນະທຳດື່ມກາເຟ ທີ່ຕິດພັນກັບວັດທະນະທຳສອງຊາດ.