ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ WEF ຕະຫຼຽນ ປີ 2024
ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ: ເພື່ອມຸ່ງໄປເຖິງ “ບັນດາຂົງເຂດເຕີບໂຕໃໝ່”, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາຝ່າຍ ພ້ອມກັນສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເຊີດຊູການສົນທະນາ, ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມເປັນເອກະພາບ, ການຮ່ວມມື ແລະ ພັດທະນາ, ແກ້ໄຂບັນດາບັນຫາຢ່າງມີປະສິດທິຜົນ ໂດຍອີງໃສ່ກົດໝາຍ ແລະ ຮັບປະກັນຄວາມກົມກ່ຽວລະຫວ່າງຜົນປະໂຫດຍຂອງບັນດາຝ່າຍກ່ຽວຂ້ອງ; ບໍ່ຫັນເປັນບັນຫາການເມືອງ ແລະ ມີການຈໍາແນກການປະພຶດສຳລັບຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳທີ່ມີລັກສະນະທົ່ວໂລກ.
ທ່ານນາຍົກລັດຖະມົນຕີກໍປາດຖະໜາວ່າ WEF ແລະ ບັນດາຄູ່ຮ່ວມມື ຊຸກຍູ້ການຮ່ວມມືລະຫວ່າງພາກລັດ - ເອກະຊົນ, ເສີມຂະຫຍາຍບົດບາດຂອຜູ້ນຳໜ້າໃນການຊີ້ນຳ, ນຳພາການພັດທະນາ ແລະ ວິວັດການສ້າງໂຄງປະກອບເສດຖະກິດຂອງບັນດາປະເທດ, ພາກພື້ນ, ທົ່ວໂລກ, ໂດຍສະເພາະແມ່ນ 3 ຂົງເຂດສຳຄັນ. ທີໜຶ່ງແມ່ນ, ສ້າງລະບອບລະບຽບການເສດຖະກິດການຕະຫຼາດ. ທີສອງແມ່ນ, ສຸມໃສ່ການພັດທະນາລະບົບໂຄງປະກອບພື້ນຖານໂຄງລ່າງຍຸດທະສາດ. ທີສາມແມ່ນ, ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ. ທ່ານກ່າວວ່າ:
“ຫວຽດນາມ ໄດ້, ກຳລັງ ແລະ ຈະສືບຕໍ່ປະກອບສວນຢ່າງເປັນເຈົ້າການ, ຕັ້ງໜ້າ ເພື່ອປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ສາມັກຄີ, ຮ່ວມມື, ເປັນເອກະພາບໃນຄວາມຫຼາຍຮູບຫຼາຍສີ; ພ້ອມກັບ ອາຊຽນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຈີນ, ເວທີປາໄສເສດຖະກິດໂລກ ແລະ ບັນດາຄູ່ຮ່ວມມືຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່ຢ່າງເຂັ້ມແຂງ; ພ້ອມດຽວກັນນັ້ນ, ມານະພະຍາຍາມຮັກສາ ແລະ ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກຢ່າງບໍ່ຢຸດຢັ້ງ.”
ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືກັບບັນດາການນຳ (IGWEL) ກ່ຽວກັບ “ການຮ່ວມມືເພື່ອມຸ່ງໄປເຖິງການເຕີບໂຕເສດຖະກິດ”.
ໃນຂອບເຂດເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ໂບໂລຍ Andrzej Duda. ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ.
ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ໃນຂະບວນວິວັດແຫ່ງການພັດທະນາຂອງຕົນ, ຫວຽດນາມ ຍາມໃດກໍຮັບຮູ້ຢ່າງຖືກຕ້ອງກ່ຽວກັບນະວັດຕະກຳ, ການສ້າງອາຊີບ ແລະ ໄດ້ມີການເຄື່ອນໄຫວແທດຈິງ ແລະ ມີປະສິດທິຜົນຫລາຍຢ່າງ ເພື່ອຊຸກຍູ້ນະວັດຕະກຳ. ພ້ອມກັນນັ້ນ, ຫວຽດນາມ ສຸມໃສ່ພັດທະນາພື້ນຖານໂຄງລ່າງສັງຄົມ; ພັດທະນາແຫຼ່ງຊັບພະຍາກອນມະນຸດ; ລະດົມບັນດາແຫຼ່ງຊັບພະຍາກອນມະນຸດ; ນຳເອົາການລົງທຶນສາທາລະນະ ນຳພາການລົງພາກເອກະຊົນ ແລະ ເຄື່ອນໄຫວ ແລະ ລະດົມທຸກແຫຼ່ງກຳລັງສັງຄົມ ເຂົ້າໃນນະວັດຕະກຳ ແລະ ສ້າງອາຊີບ.