• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ປະ​ທານ, ຜູ້​ອໍ​າ​ນວຍ​ການ​ກຸ່ມ​ບໍ​ລິ​ສັດ FedEx Express (ອ​າ​ເມ​ລິ​ກາ)

ຕອນບ່າຍວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Richard W.Smith ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ FedEx Express (ອາເມລິກາ) ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Richard W.Smith ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ FedEx Express (ພາບ: VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊົມເຊີຍບັນດາຜົນສຳເລັດຂອງ FedEx Express ໃນທົ່ວໂລກ ກໍຄື ຢູ່ ຫວຽດນາມ, ພ້ອມທັງສະແດງຄວາມຂອບໃຈຕໍ່ຄວາມສົນໃຈ ແລະ ຕີລາຄາສູງການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງ FedEx Express ເຂົ້າໃນການພັດທະນາເສດຖະກິດຂອງ ຫວຽດນາມ, ກໍຄືການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້  FedEx Express ເປີດກວ້າງການເຄື່ອນໄຫວຢູ່ ຫວຽດນາມ, ເຂົ້າຮ່ວມການລົງທຶນ ແລະ ບັນດາການເຄື່ອນໄຫວຢູ່ທ່າອາກາດສະຍານສາກົນ ລອງແທັ່ງ ຢູ່ແຂວງ ດົ່ງນາຍ.

ທ່ານປະທານ, ຜູ້ອຳນວຍການຝ່າຍບໍລິຫານ ກຸ່ມບໍລິສັດ FedEx Express, Richard W.Smith ກໍຕີລາຄາສູງສະພາບແວດລ້ອມ ແລະ ກຳລັງບົ່ມຊ້ອນໃນຂົງເຂດການລົງທຶນຢູ່ ຫວຽດນາມ, ໂດຍສະເພາະແມ່ນການຮັບຟັງຂອງລັດຖະບານ, ນາຍົກລັດຖະມົນຕີ ທີ່ມີຕໍ່ປະຊາຄົມວິສາຫະກິດ. ທ່ານ Richard W.Smith ໃຫ້ຮູ້ວ່າ FedEx Express ປາດຖະໜາຢາກເປີດກວ້າງການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top