• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ ດັ້ງ​ທິ​ງອັກ​ທິ້ງ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ​​ຢ້ຽມຢາມ​ສະ​ຖານ​ທູດ ຫວຽດ​ນາມ​ປະ​ຈຳ ອິນ​ໂດ​ເນ​ເຊຍ

ຕອນເຊົ້າວັນທີ 20 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2019 -2024, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໄປຢືຢາມຖາມຂ່າວ ແລະ ໂອ້ລົມກັບບັນດາພະນັກງານ ແລະ ພາລະກອນສະຖານທູດ ຫວຽດນາມ ພ້ອມກັບບັນດາອົງການຜູ້ຕາງໜ້າ ຫວຽດນາມປະຈຳອິນໂດເນເຊຍ.

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ 

ພາຍຫຼັງຮັບຟັງທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອິນໂດເນເຊຍ ລາຍງານສະພາບການ, ທ່ານນາງດັ້ງທິງອັກທິ້ງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ໝູ່ພະນັກງານ, ພາລະກອນສະຖານທູດ ຫວຽດນາມປະຈຳ ອິນໂດເນເຊຍ ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ໃນໄລຍະຜ່ານມາ ຕໍ່ວຽກງານເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາງດັ້ງທິງອັກທິ້ງກ່າວວ່າ:

        ຂ້າພະເຈົ້າຂໍຕາງໜ້າພັກ ແລະ ລັດຊົມເຊີຍບັນດາຜົນງານຂອງບັນດາອົງການທີ່ບັນລຸໄດ້ ແລະ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຢ່າງສຸດອົກສຸດໃຈຂອງພະນັກງານ, ພາລະກອນຢູ່ຈາກາຕາ. ໃນປີນີ້ ແລະ ປີຕໍ່ໄປ ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍເຫດການ, ໃນນັ້ນມີພິທີສະເຫຼີມສະຫຼອງ 60 ປີ ແຫ່ງການຢ້ຽມຢາມຂອງປະທານໂຮ່ຈີມິນ ແລະ ປະທານາທິບໍດີ Soekarno ແລະ ສະເຫຼີມສະຫຼອງ 65 ປີ ແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ. ສອງປະເທດພວມມານະພະຍາຍາມແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງເຂດເສດຖະກິດພິເສດແລະ ບັນດາບັນຫາຂອງຊາວປະມົງ. ເນື່ອງໃນໂອກາດນີ້ຂໍມອບໃຫ້ສະຖານທູດ ຫວຽດນາມຖືນີ້ແມ່ນໜ້າທີ່ບຸລິມະສິດໃນໄລຍະຈະມາເຖິງ.

        ຕອນບ່າຍວັນທີ 20 ຕຸລາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງຂອງ ປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2019 – 2024 ແລະ ເຂ້ົາຢ້ຽມຂ່ຳນັບ ທ່ານປະທານາທິບໍດີ Joko Widodo ແລະ ທ່ານຮອງ ປະທານາທິບໍດີ Maruf Amin ຕາມພິທີການທູດ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top