ຂ່າວສານ
ທ່ານ Donald Trump ໂອ້ລົມທາງໂທລະສັບກັບການນຳ ອັງກິດ, ຝລັ່ງ, ເຢຍລະມັນ ກ່ຽວກັບການປະທະກັນ ຢູແກຼນ
ຕາມທຳນຽບຂາວແລ້ວ, ບັນດາການໂອ້ລົມທາງໂທລະສັບໄດ້ດຳເນີນໃນສະພາບການທ່ານ Donald Trump ປະທານາທິບໍດີ ອາເມລິກາ ສືບຕໍ່ມີບັນດາການກະທຳຊຸກຍູ້ເພື່ອຢຸດຕິການປະທະກັນ ພ້ອມທັງສະແດງຄວາມສົງໄສຕໍ່ຄວາມອາດສາມາດ “ໄຊຊະນະຂອງ Kiev”.
ທຳນຽບຂາວ ກໍໃຫ້ຮູ້ວ່າ ບັນດາການນຳ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ໄດ້ປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຂອງບັນດາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ຊົມເຊີຍບັນດາຄວາມມານະພະຍາຍາມຢຸດຕິການປະທະກັນ ເພື່ອແນໃສ່ບັນລຸໄດ້ພື້ນຖານສັນຕິພາບທີ່ຍຸຕິທຳ ແລະ ຍາວນານໃຫ້ແກ່ ຢູແກຼນ. ບັນດາການນຳ 4 ປະເທດເຫັນດີວ່າ ບັນດາການປຶກສາຫາລືກ່ຽວກັບແຜນການສັນຕິພາບຈະສືບຕໍ່ດຳເນີນໃນໄລຍະຈະມາເຖິງ ແລະ ນີ້ແມ່ນຈຸດເວລາແກ່ນສານສຳລັບ ຢູແກຼນ ກໍຄືກັບຄວາມໝັ້ນຄົງລວມຂອງພາກພື້ນ ເອີຣົບ.







