• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນມາອວຍພອນບຸນເຕັດປີ

      ຕອນບ່າຍວັນທີ 23 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບ ບັນດາເອກອັກຄະລັດຖະທູດ, ອຸປະທູດຂອງ 9 ປະເທດອາຊຽນມາອວຍພອນບຸນເຕັດປີ 2018

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ຕ້ອນຮັບບັນດາເອກອັກຄະລັດຖະທູດ,
ອຸປະທູດບັນດາປະເທດອາຊຽນມາອວຍພອນບຸນເຕັດປີ 2018
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ບັນດາໝາກຜົນທີ່ຫວຽດນາມຍາດມາໄດ້ໃນປີ 2017 ແມ່ນຍ້ອນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາກພື້ນ, ພ້ອມກັບການຮ່ວມມື, ຊ່ວຍເຫຼືອຢ່າງມີປະສິດທິຜົນຈາກວົງຄະນະຍາດສາກົນ, ໃນນັ້ນມີບັນດາປະເທດອາຊຽນ.
    ສ່ວນ ບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ສະແດງຄວາມເຊື່ອໝັ້ນວ່າ ໃນປີ 2018 ແລະ ຊຸມປີຕໍ່ໆໄປ, ພາຍໃຕ້ການນຳພາຂອງ ພັກກອມມູນິດຫວຽດນາມໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ນຳໜ້າ, ປະຊາຊົນຫວຽດນາມຈະຍາດໄດ້ບັນດາຜົນງານໃໝ່, ນຳປະເທດຫວຽດນາມພັດທະນາຢ່າງຈະເລີນຮຸ່ງເຮືອງ, ພ້ອມທັງໝັ້ນໝາຍຈະມານະພະຍາຍາມເຮັດບົດບາດຂອງເປັນຢ່າງດີເພື່ອປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມກັບຫວຽດນາມເວົ້າສະເພາະ ແລະ ລະຫວ່າງບັນດາປະເທດອາຊຽນເວົ້າລວມ. 
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top