• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມງານວາງສະແດງ“ທ່ານອະດີດເລຂາທິການໃຫຍ່ ເລຢວນ - ຊີວິດແລະພາລະກິດ”


(ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ​ຈົດ​ໃສ່​ປື້ມບັນ​ທຶກ​)
      ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 110 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ (07/04/1907 – 07/04/2017), ຕອນ​ເຊົ້າ​ວັນ​ທີ 05/04, ຢູ່​ຫໍ​ພິ​ພິ​ດ​ຕະ​ພັນ​ໂຮ່​ຈິ​ມິນ​ ທີ່​ຮ່າ​ໂນ້ຍ, ຫ້ອງວ່າ​ການ​ສູນ​ກາງ​ພັກ, ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບຊີ​ວິດ​ ແລະ ​ພາ​ລະ​ກິດ​ຂອງທ່ານອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ແ​ຖບ​ຜ້າໄຂ​ງານ​ວາງ​ສະ​ແດງ. ທີ່​ງານ​ວາງ​ສະ​ແດງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໄດ້​ຈົດ​ໃສ່​ປື້ມບັນ​ທຶກ​ດ້ວຍ​ເນື້ອ​ໃນ​ວ່າ: ທ່ານອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ແມ່ນ​ນັກ​​ຮົບກອມ​ມຸ​ນິດ​ທີ່​ກ້າ​ຫານ, ​ເປັນການ​ນຳດີ​ເລີດ​ຂອ​ງ​ພັກ ແລະ ປະ​ຊ​າ​ຊົນ​ຫວຽດ​ນາມ, ເປັນ​ລູກ​ສິດ​ທີ່​ດີ​ເດັ່ນ, ຈົ່ງ​ຮັກ​ພັກ​ດີ, ສືບ​​ທອດ​ອຸ​ດົມ​ຄະ​ຕິ ແລະ ພາ​ລະ​ກິດ​ການ​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ຢ່າງ​ເລິກ​ເຊິ່ງ. ໃນ​ໄລ​ຍະ​ເກືອບ 60 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ ໄດ້​ອຸ​ທິດ​​ຕະ​ຫຼອດ​ຊີ​ວິດ​ຂອງ​ຕົນ​ໃຫ້​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ​ເພື່ອ​ຄວາມ​ເສ​ລີ, ​ຄວາມຜາ​ສຸກ​ຂອງ​ປະ​ຊາ​ຊົນ ແລະ ອຸ​ດົມ​ຄະ​ຕິ​ລັດ​ທິກອມ​ມູ​ນິດ. ຍາມ​ໃດພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ກໍ່​ເອກ​ອ້າງ​ຖະ​ນົງ​ໃຈ​ ແລະ ຮູ້​ບ​ຸນ​ຄຸນ​ຕໍ່ການ​ປະ​ກອບ​​ເຫື່ອ​ແຮງ ແລະ ການອຸ​ທິດ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ.
        ງານ​ວາງ​ສະ​ແດງຊີ​ວິດ​ ແລະ ​ພາ​ລະ​ກິດ​ຂອງທ່ານອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ, ດ້ວຍ​ພາບ​ຖ່າຍ, ເອ​ກະ​ສານ ແລະ ວັດ​ຖຸ​ພັນ​ເກືອບ 300 ຢ່າງ, ເຊິ່ງ​ໄດ້​ວາດ​ພາບ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ການ​ປະ​ຕິ​ວັດກໍ່​ຄື​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ເລຢວນ ທີ່​ມີ​ຕໍ່​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ສັ​ງ​ຄົມ​ນິ​ຍົມ. ງານ​ວາງ​ສະ​ແດງ​ໄດ້​ເປີດ​ປະ​ຕ​ູ​ຮັບ​ແຂ​ກ​ມາ​ຢ້ຽມ​ຊົມ​ຮອດຕົ້ນ​ເດືອ​ນ 05/2017.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top