• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຖະຫວາຍທູບທຽນຢູ່ອະນຸສາວະລີເຈົ້າຊີວິດ ຫຼີທ໋າຍໂຕ

ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຖະຫວາຍທູບທຽນທີ່ອະນຸສາວະລີເຈົ້າຊີວິດ ຫຼີທ໋າຍໂຕ ຢູ່ສວນອຸດທະຍານ ຫຼີທ໋າຍໂຕ ແລະ ວັດ ງອັກເຊີນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ

ທ່ານເລຂາທິການໃຫຍ່ໄດ້ຫວນຄືນກ່ຽວກັບບັນດາຜົນງານອັນໃຫຍ່ຫລວງ ທີ່ບັນລຸໄດ້ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມທັງ ພາວະນາຂໍໃຫ້ປະຊາຊົນຢູ່ເຢັນເປັນສຸກ, ທຸກໆຄົນມີຄວາມຜາສຸກ. ແລະ ທ່ານເລຂາທິການໃຫຍ່ກໍ່ຢ້ຽມຢາມຖາມຂ່າວ ແລະ ອວຍພອນບຸນເຕັດພໍ່ແມ່ປະຊາຊົນໃນບັນຍາກາດຕ້ອນຮັບບຸນເຕັດ.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)


 ຫວຽດ​ນາມ - ລາວ ຍູ້​ແຮງ​ການ​ຮ່ວມ​ມື​​ສ້າງ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ

ຫວຽດ​ນາມ - ລາວ ຍູ້​ແຮງ​ການ​ຮ່ວມ​ມື​​ສ້າງ​ເຂດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ສັງ​ລວມ​ສາຍ​ພົວ​ພັນ​ແບບ​ພິ​ເສດລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ໂດຍ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ນັບ​ມື້​ນັບ​ແທດ​ຈິງ, ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ ແລະ ຮອບ​ດ້ານ.

Top