ຂ່າວສານ

ທ່ານເລຂາທິການໃຫຍ່ຖະຫວາຍທູບທຽນຢູ່ອະນຸສາວະລີເຈົ້າຊີວິດ ຫຼີທ໋າຍໂຕ

ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຖະຫວາຍທູບທຽນທີ່ອະນຸສາວະລີເຈົ້າຊີວິດ ຫຼີທ໋າຍໂຕ ຢູ່ສວນອຸດທະຍານ ຫຼີທ໋າຍໂຕ ແລະ ວັດ ງອັກເຊີນ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ

ທ່ານເລຂາທິການໃຫຍ່ໄດ້ຫວນຄືນກ່ຽວກັບບັນດາຜົນງານອັນໃຫຍ່ຫລວງ ທີ່ບັນລຸໄດ້ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ພ້ອມທັງ ພາວະນາຂໍໃຫ້ປະຊາຊົນຢູ່ເຢັນເປັນສຸກ, ທຸກໆຄົນມີຄວາມຜາສຸກ. ແລະ ທ່ານເລຂາທິການໃຫຍ່ກໍ່ຢ້ຽມຢາມຖາມຂ່າວ ແລະ ອວຍພອນບຸນເຕັດພໍ່ແມ່ປະຊາຊົນໃນບັນຍາກາດຕ້ອນຮັບບຸນເຕັດ.

        ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)



top