• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ.
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ທອງສະລິດ ມັງໜໍ່ເມັກ (ພາບ: TTXVN)

ວັນທີ 30 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ທອງສະລິດ ມັງໜໍ່ເມັກ ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 29 – 30 ພຶດສະພາ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ, ກວດກາ, ກະຕຸກຊຸກຍູ້ ແລະ ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື ຫວຽດນາມ - ລາວ ໃຫ້ມີປະສິດທິຜົນ; ການແບ່ງປັນຂໍ້ມູນ, ບົດຮຽນ, ປະສົບການ, ພິເສດແມ່ນໃນວຽກງານໃຫ້ຄຳປຶກສາສ້າງລາຍການເຮັດວຽກຂອງກົມການເມືອງ, ຄະນະເລຂາ, ວຽກງານກະກຽມກອງປະຊຸມໃຫຍ່ຂອງແຕ່ລະພັກ, ປະກອບສ່ວນຍົກສູງຄຸນນະພາບການຄົ້ນຄວ້າ, ໃຫ້ຄຳປຶກສາຮັບໃຊ້ການນຳ 2 ພັກ.

        ສ່ວນທ່ານ ທອງສະລິດ ມັງໜໍ່ເມັກ ຢືນຢັນວ່າ, ໃນບໍ່ວ່າສະພາບການໃດ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ກໍ່ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄຸນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

Top