ຕອນບ່າຍວັນທີ 21 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Milos Vystrcil, ປະທານສະພາສູງ ສ.ເຊັກໂກ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ລະຫວ່າງຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ການຮ່ວມມືທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ ແລະ ທ່ອງທ່ຽວ.
ສ່ວນທ່ານປະທານສະພາສູງ ສ.ເຊັກໂກ ຢືນຢັນວ່າ ທ່ານເອງ ແລະ ສະພາສູງ ສ.ເຊັກໂກ ຈະມານະພະຍາຍາມສົມທົບກັບສະພາແຫ່ງຊາດ ຫວຽດນາມ, ໜູນຊ່ວຍລັດຖະບານ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນພື້ນຖານເຄົາລົບເຊິ່ງກັນແລະກັນກັບ ຫວຽດນາມ.








