• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍ


ທ່ານ ຫງວຽນ​ຟູ໋​ຈ້ອງຕ້ອນ​ຮັບ ທ່ານ Hul Phany
(ພາບສຳນັກຂ່າວສານຫວຽດນາມ)

      ຕອນ​ບ່າຍ​ ວັນ​ທີ 3/8, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ​, ທ່ານ ຫງວຽນ​ຟູ໋​ຈ້ອງ, ເລ​ຂາທິ​ການໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Hul Phany ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ເຂົ້າ​ຢ້ຽມ​ຄຳ​ນັບ ເນື່ອງ​ໃນ​ໂອ​ກາດ​ສີ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ. ທ່ານ ເອກອ​ັກ​ຄະ​ລັດ​ຖະ​ທູດ Hul Phany ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ ທ່ານ ເລ​​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ່໋ຈ້ອງ ທີ່​ໄດ້​ສະຫຼະ​ເວ​ລາ​ຕ້ອນ​ຮັບ ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ໄດ້​ຂອບ​ໃຈ​ການ​ນຳ​ພັກ, ລັດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ບັນ​ດາ​ທ້ອງ​ຖິ່ນ ທີ່​ຍາມ​ໃດ​ກໍ່​​ສະ​ໜັບ​ສະ​ໜູນ, ສ້າງ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້ ທ່ານ ​ເອກອ​ັກ​ຄະ​ລັດ​ຖະ​ທູດ ​ ປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່​ການ​ທູດ ໃນ​ໄລ​ຍະ 6 ປີ ຢູ​່ ຫວຽດ​ນາມ; ຢືນ​ຢັນ​ວ່າ: ເຖິງວ່າ​ຈະ​ຢູ່​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ​ກໍ່​ຕາມ ທ່ານ ເອກອ​ັກ​ຄະ​ລັດ​ຖະ​ທູດ Hul Phany ກໍ່​ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ປະ​ກ​ອບ​ສ່ວ​ນ​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ ໃຫ້​ແກ່​ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ກຳ​ປູ​ເຈຍ-ຫວຽດ​ນາມ.
        ທ່ານ ເລ​ຂ​າທິ​ການ​ໃຫຍ່ ຫງວຽນ​ຟູ່໋ຈ້ອງ ຢືນ​ຢັນ​ວ່າ: ຫວຽດ​ນາມ-ກຳ​ປູ​ເຈຍ ເປັນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ທີ່ມີ​ມູນ​ເຊື້ອ​ການພົວ​ພັນມິດ​ຕະ​ພາບ, ສະ​ໜິດ​ຕິດ​ພັນມາ​ແຕ່​ດົນ​ນານ. ທ່ານ ເລ​ຂ​ທິ​ການ​ໃຫຍ່  ຕີ​ລາ​ຄາ​ສູງ​ບົດ​ບາດ, ການ​ປະ​ກອບ​ສ່ວນ ຂອງ ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ການ​ປະ​ກອບ​ສ່ວນປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ ຖານ​ບ້ານ​ໃກ້ເຮືອນ​ຄຽງ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ; ອວຍ​ພອນ​ໃຫ້​ບັນ​ດາ​ຜົນ​ງານ ຂອງ​ກຳ​ປູ​ເຈຍ ທີ່​ຍາດ​ມາ​ໄດ້ ໃນ​​ພາ​ລະ​ກິດສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ; ຢືນ​ຢັນ​ ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຂອງ​ຫວຽດ​ນາມ ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ ກັບ​ກຳ​ປູ​ເຈຍ ເພື່ອ​ຜົນ​ປະ​ໂຫຍດ​ ຂອງ​ປະ​ຊາ​ຊົນແ​ຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ​ການພັດ​ທະ​ນາ ຢູ່​ພາກ​ພື້ນ ແລະ ໃນ​ໂລກ.
(ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top