• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບພົ້ນເດັ່ນຂອງເຂດທົ່ງພຽງແມ່ນ້ຳແດງ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ: 17 ປີແຫ່ງການປະຕິບັດມະຕິ ແລະ ຂໍ້ສະຫລຸບຂອງກົມການເມືອງຊຸດທີ IX ແລະ XI, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນໃນເຂດທົ່ງພຽງແມ່ນ້ຳແດງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ: 17 ປີແຫ່ງການປະຕິບັດມະຕິ ແລະ ຂໍ້ສະຫລຸບຂອງກົມການເມືອງຊຸດທີ IX ແລະ XI, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນໃນເຂດທົ່ງພຽງແມ່ນ້ຳແດງ.

  ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນໃນກອງປະຊຸມ  

ຕອນເຊົ້າວັນທີ 29 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມທົ່ວປະເທດແບບເຊິ່ງໜ້າ ສົມທົບກັບທາງໄກ ເພື່ອຊາບຊຶມ, ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງຊຸດທີ XIII ກ່ຽວກັບທິດທາງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດທົ່ງພຽງແມ່ນ້ຳແດງ ຮອດປີ 2030 ວິໄສທັດຮອດປີ 2045.

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ: 17 ປີແຫ່ງການປະຕິບັດມະຕິ ແລະ ຂໍ້ສະຫລຸບຂອງກົມການເມືອງຊຸດທີ IX ແລະ XI, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນໃນເຂດທົ່ງພຽງແມ່ນ້ຳແດງ ໄດ້ເສີມຂະຫຍາຍມູນເຊື້ອະລິຍາທຳ, ປະຕິວັດ, ວິລະຊົນທີ່ິສະຫງ່າລາສີ ແລະ ບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບພົ້ນເດັ່ນ, ພິເສດແມ່ນກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນຢ່າງຕໍ່ເນື່ອງບັນລຸໄດ້ໝາກຜົນ, ຜົນງານສຳຄັນຫຼາຍຢ່າງ:

“ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ວາງອອກຍຸດທະສາດພັດທະນາເສດຖະກິດ - ສັງຄົມຮອດປີ 2030, ວິໄສທັດຮອດປີ 2045, ສູ້ຊົນຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ຮອດປີ 2045, ປະເທດເຮົາກາຍເປັນປະເທດພັດທະນາ, ມີລາຍຮັບສູງ; ພ້ອມທັງກຳນົດການພັດທະນາເຂດຕາມທິດ: ຂຸດຄົ້ນດີກ່ວາ ແລະ ເສີມຂະຫຍາຍບັນດາທ່າໄດ້ປຽບຂອງແຕ່ລະເຂດກ່ຽວກັບພື້ນຖານໂຄງລ່າງ, ເງື່ອນໄຂທຳມະຊາດ, ທີ່ຕັ້ງພູມສາດເສດຖະກິດ - ການເມືອງ, ແຫຼ່ງຊັບພະຍາກອນມະນຸດ ແລະ ເພີ່ມທະວີລັກສະນະຮ່ວມສຳພັນພາຍໃນກຸ່ມ ແລະ ຮ່ວມສຳພັນເຂດເພື່ອເຂົ້າຮ່ວມລະບົບບັນດາຄຸນຄ່າທົ່ວໂລກ, ສ້າງບັນຍາກາດພັດທະນາໃໝ່ໃຫ້ດີທີ່ສຸດ…”

(ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top