• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມການເມືອງກອງທັບທົ່ວປະເທດ

ປີ 2022, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ປີ 2022 ຢ່າງຮອບດ້ານ
  (ພາບ: TTXVN)  

ຕອນເຊົ້າວັນທີ 20 ທັນວາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມການເມືອງກອງທັບທົ່ວປະເທດປີ 2022. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາທິການຄະນະພັກການທະຫານສູນກາງ, ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ.

ປີ 2022, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ປີ 2022 ຢ່າງຮອບດ້ານ; ກຳແໜ້ນສະພາບການເປັນປະຈຳ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການຕໍ່ພັກ, ລັດ ແກ້ໄຂຢ່າງມີໄຫວພິບ, ບັນລຸປະສິດທິຜົນໃນທຸກສະພາບການ, ບໍ່ຖືກຕົກຢູ່ໃນທ່າຮັບ, ກະທັນຫັນ; ຄົ້ນຄວ້າ, ສະເໜີບາງແຜນນະໂຍບາຍ, ນະໂຍບາຍໃໝ່ກ່ຽວກັບການເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ ສົມທົບກັບການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ, ການ ຕ່າງປະເທດປ້ອງກັນຊາດ…

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ເລຂາຄະນະພັກການທະຫານສູນກາງ, ສະເໜີວ່າ:

“ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງກ່ຽວກັບການຈັດຕັ້ງກອງທັບປະຊາຊົນ ຫວຽດນາມ ໄລຍະ 2021  2030 ຢ່າງເຂັ້ມງວດ, ແໜ້ນແຟ້ນ ແລະ ມີປະສິດທິຜົນຢ່າງຈະແຈ້ງ. ນີ້ແມ່ນບັນຫາໃຫຍ່, ສຳຄັນ, ກ່ຽວຂ້ອງເຖິງວຽກງານແນວຄິດ, ວຽກງານນະໂຍບາຍ. ວິວັດການປະຕິບັດຕ້ອງແໜ້ນແຟ້ນ, ເດັດດຽວ, ຢຶດໝັ້ນ, ມີຂັ້ນຕອນ, ບາດກ້າວທີ່ເໝາະສົມ, ບໍ່ຄວນປະໝາດ, ຟ້າວຟັ່ງ; ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການ, ກົມກອງ, ສົມທົບຢ່າງແໜ້ນແຟ້ນວຽກງານແນວຄິດກັບວຽກງານນະໂຍບາຍໃຫ້ເປັນຢ່າງດີ. ຄົ້ນພົບ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ, ບໍ່ເຮັດໃຫ້ສົ່ງຜົນກະທົບເຖິງວຽກງານອື່ນໆ”.

ປີ 2023, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສຸມໃສ່ຜັນຂະຫຍາຍ 9 ໝວດໜ້າທີ່ ໃນນັ້ນ, ເປັນເຈົ້າການຄົ້ນຄວ້າ, ຄາດຄະເນ, ເສນາທິການຍຸດທະສາດຕໍ່ພັກ, ລັດ ມີແຜນນະໂຍບາຍ, ວິທີຮັບມືແກ້ໄຂບັນດາສະພາບການດ້ານການທະຫານ, ປ້ອງກັນຊາດຢ່າງມີໄຊ; ສືບຕໍ່ກໍ່ສ້າງ, ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນຢ່າງໝັ້ນຄົງເຂັ້ມແຂງ.

(ແຫຼ່ງຄັດຈາກ VOV)

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.

Top