ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມກອງປະຊຸມການເມືອງກອງທັບທົ່ວປະເທດ

ປີ 2022, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ປີ 2022 ຢ່າງຮອບດ້ານ
  (ພາບ: TTXVN)  

ຕອນເຊົ້າວັນທີ 20 ທັນວາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມການເມືອງກອງທັບທົ່ວປະເທດປີ 2022. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາທິການຄະນະພັກການທະຫານສູນກາງ, ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ.

ປີ 2022, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ປີ 2022 ຢ່າງຮອບດ້ານ; ກຳແໜ້ນສະພາບການເປັນປະຈຳ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການຕໍ່ພັກ, ລັດ ແກ້ໄຂຢ່າງມີໄຫວພິບ, ບັນລຸປະສິດທິຜົນໃນທຸກສະພາບການ, ບໍ່ຖືກຕົກຢູ່ໃນທ່າຮັບ, ກະທັນຫັນ; ຄົ້ນຄວ້າ, ສະເໜີບາງແຜນນະໂຍບາຍ, ນະໂຍບາຍໃໝ່ກ່ຽວກັບການເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ ສົມທົບກັບການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ, ການ ຕ່າງປະເທດປ້ອງກັນຊາດ…

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ເລຂາຄະນະພັກການທະຫານສູນກາງ, ສະເໜີວ່າ:

“ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງກ່ຽວກັບການຈັດຕັ້ງກອງທັບປະຊາຊົນ ຫວຽດນາມ ໄລຍະ 2021  2030 ຢ່າງເຂັ້ມງວດ, ແໜ້ນແຟ້ນ ແລະ ມີປະສິດທິຜົນຢ່າງຈະແຈ້ງ. ນີ້ແມ່ນບັນຫາໃຫຍ່, ສຳຄັນ, ກ່ຽວຂ້ອງເຖິງວຽກງານແນວຄິດ, ວຽກງານນະໂຍບາຍ. ວິວັດການປະຕິບັດຕ້ອງແໜ້ນແຟ້ນ, ເດັດດຽວ, ຢຶດໝັ້ນ, ມີຂັ້ນຕອນ, ບາດກ້າວທີ່ເໝາະສົມ, ບໍ່ຄວນປະໝາດ, ຟ້າວຟັ່ງ; ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການ, ກົມກອງ, ສົມທົບຢ່າງແໜ້ນແຟ້ນວຽກງານແນວຄິດກັບວຽກງານນະໂຍບາຍໃຫ້ເປັນຢ່າງດີ. ຄົ້ນພົບ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ, ບໍ່ເຮັດໃຫ້ສົ່ງຜົນກະທົບເຖິງວຽກງານອື່ນໆ”.

ປີ 2023, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສຸມໃສ່ຜັນຂະຫຍາຍ 9 ໝວດໜ້າທີ່ ໃນນັ້ນ, ເປັນເຈົ້າການຄົ້ນຄວ້າ, ຄາດຄະເນ, ເສນາທິການຍຸດທະສາດຕໍ່ພັກ, ລັດ ມີແຜນນະໂຍບາຍ, ວິທີຮັບມືແກ້ໄຂບັນດາສະພາບການດ້ານການທະຫານ, ປ້ອງກັນຊາດຢ່າງມີໄຊ; ສືບຕໍ່ກໍ່ສ້າງ, ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນຢ່າງໝັ້ນຄົງເຂັ້ມແຂງ.


top