• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ ພະລາດຊະວັງທັງລອງ

      ຕອນເຊົ້າວັນທີ 04 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດຢູ່ເຂດປູຊະນີຍະສະຖານປະຫວັດສາດພະລາດຊະວັງທັງລອງ (ນະຄອນຫຼວງ ຮ່າໂນ້ຍ).
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ, ວິລະບຸລຸດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຢູ່ ພະລາດຊະວັງທັງລອງ (ພາບ: VOV)
      ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໝັ້ນໝາຍຈະຕັດສິນໃຈເສີມຂະຫຍາຍມູນເຊື້ອອະລິຍະທຳ, ອົງອາດກ້າຫານຂອງແທັງລອງ - ຮ່າໂນ້ຍ ແລະ ບັນດາຄຸນຄ່າທີ່ສູງສົ່ງຂອງຊາດ; ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ; ສ້າງນະຄອນຫຼວງໃຫ້ນັບມື້ນັບສວຍງາມຮັ່ງມີ, ທັນສະໄໝ, ສີວິໄລ, ສຸມທຸກແຫຼ່ງກຳລັງເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ.
        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍອວຍພອນປີໃໝ່ພະນັກງານ, ກຳມະກອນສູນອະນຸລັກຮັກສາມໍລະດົກ ແທັງລອງ - ຮ່າໂນ້ຍ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top