• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳເນີນການພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງ

      ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ຫົວໜ່ວຍເລືອກຕັ້ງທີ 1 ນະຄອນ ຮ່າໂນ້ຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ ບາດິ່ງ, ດົ໊ງດາ, ຮາຍບ່າຈືງ
(ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ)
      ຕອນເຊົ້າວັນທີ 08 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມກັບບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ຫົວໜ່ວຍເລືອກຕັ້ງທີ 1 ນະຄອນ ຮ່າໂນ້ຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ ບາດິ່ງ, ດົ໊ງດາ, ຮາຍບ່າຈືງ ເພື່ອສະເໜີໂຄງການກະທຳ, ຂົນຂວາຍການເລືອກຕັ້ງຕາມຂໍ້ກຳນົດຂອງກົດໝາຍ. ກອງປະຊຸມໄດ້ຈັດທາງອອນລາຍເຊື່ອມຕໍ່ຈາກເມືອງ ບາດິ່ງ ກັບບັນດາສະຖານທີ່ເມືອງ ຮາຍບ່າຈືງ, ເມືອງ ດົ໊ງດາ ແລະ 53 ຕາແສງໃນບໍລິເວນຂອງ 3 ເມືອງ.
        ສະເໝີໂຄງການກະທຳທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:
        “ຖ້າໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ນັ້ນແມ່ນຄວາມເປັນກຽດທີ່ສຸດ, ຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ດ້ວຍປະສົບການເປັນສະມາຊິກສະພາແຫ່ງຊາດ ແລະ ເຄີຍດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດເພື່ອປະກອບເຫື່ອແຮງຂອງຕົນເຂົ້າໃນການພັດທະນາຂອງປະເທດຊາດ, ສືບຕໍ່ແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງຢ່າງທັນການ”.
        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ມີວຽກງານຫຼາຍຢ່າງຕ້ອງເຮັດ, ຄວາມສະດວກກໍ່ມີຫຼາຍ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ໃຫຍ່ຫຼວງຢູ່, ໂດຍສະເພາະແມ່ນໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນນັ້ນ, ເພາະສະນັ້ນ ທັງລະບົບການເມືອງຕ້ອງສືບຕໍ່ຮ່ວມແຮງຮ່ວມໃຈ, ສາມັກຄີກັນເພື່ອນຳປະເທດຊາດຜ່ານຜ່າສິ່ງທ້າທາຍນາໆປະການ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top