ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນຂົວຕໍ່ສຳຄັນກັບປະເທດຊາດ
ນີ້ແມ່ນບ້ານ ຫວຽດນາມ ແຫ່ງທຳອິດຢູ່ ອົດສະຕາລີ ກໍ່ຄືໃນທົ່ວພາກພື້ນ ປາຊີຟິກໃຕ້ ແລະ ແມ່ນບ່ອນຮັກສາພາສາ ຫວຽດ, ເຜີຍແຜ່ວັດທະນະທຳ ຫວຽດນາມ, ຫຼໍ່ລ້ຽງຄວາມຮັກຕໍ່ກົກເຂົ້າເຫງົ້າກໍໃນໝູ່ໄວໜຸ່ມ; ຊ່ວຍເພື່ອນມິດ ອົດສະຕາລີ ມີຄວາມເຂົ້າໃຈກວ່າກ່ຽວກັບປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຫຼາຍກວ່າອີກ.
ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້ຮູ້ວ່າ: ພັກ, ລັດ ມີທັດສະນະສະເໝີຕົ້ນສະເໝີປາຍໃນການຖືປະຊາຊົນເປັນກົກ, ເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ, ເປັນກຳລັງໜູນ ແລະ ເປັນແຫຼ່ງກຳລັງພັດທະນາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້ຮູ້ຕື່ມອີກວ່າ:
“ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນບໍ່ ສາມາດຕັດແຍກຂອງປະເທດຊາດ, ຂອງປະຊາຊົນ ຫວຽດນາມ ໄດ້. ບໍ່ແມ່ນພຽງແຕ່ເຕົ້າໂຮມ, ບໍ່ແມ່ນພຽງແຕ່ປົກປ້ອງ, ບໍ່ແມ່ນພຽງແຕ່ການສ້າງເງື່ອນໄຂເທົ່ານັ້ນ, ຫາກພວກເຮົາຕ້ອງຖືນີ້ແມ່ນ ແຫຼ່ງກຳລັງສຳຄັນໃນການພັດທະນາປະເທດຊາດ. ບ້ານແຫ່ງນີ້ກໍ່ແມ່ນ ບ່ອນເພື່ອຊຸກຍູ້ການຮ່ວມມືກັບ ອົດສະຕາລີ. ແຕ່ພ້ອມນັ້ນ ກໍ່ແມ່ນບ່ອນອີງ, ແມ່ນຊາຍຄາທີ່ອົບອຸ່ນຂອງປະຊາຄົມ, ຂອງພໍ່ແມ່ ປະຊາຊົນ. ສະຖານທູດຕ້ອງມີຄວາມຮັບຜິດຊອບໃນການປົກປ້ອງ, ຮັບຟັງ, ເບິ່ງແຍງດູແລຕໍ່ກັບປະຊາຊົນທີ່ອາໄສຢູ່ນີ້”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ປາດຖະໜາຢາກໃຫ້ຖັນແຖວນັກຊ່ຽວຊານ, ນັກປັນຍາຊົນ, ນັກວິສາຫະກິດ, ນັກສຶກສາ ຫວຽດນາມ ຢູ່ ອົດສະຕາລີ, ດ້ວຍຄວາມເກັ່ງກ້າສາມາດ, ພູມປັນຍາ, ຢັ້ງຢືນໄດ້ທີ່ຕັ້ງ, ບົດບາດ ແລະ ຕັ້ງໜ້າເຊື່ອມຕໍ່ດ້ານພູມປັນຍາ, ເຕັກໂນໂລຊີ, ແຫຼ່ງກຳລັງສາກົນ, ຮ່ວມແຮງຮ່ວມໃຈຂຽນຕໍ່ເລື່ອງລາວການພັດທະນາຂອງ ຫວຽດນາມ ໃນສັງກະລາດໃໝ່.






