ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມຽນມາ ຈະມີບາດກ້າວພັດທະນາໃໝ່, ແທດຈິງກວ່າ
ກ່າວຄຳປາໄສໃນງານລ້ຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ ແລະ ຄວາມພະຍາຍາມລວມຂອງການນຳ ແລະ ປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ-ມຽນມາ ຈະບັນລຸໄດ້ບາດກ້າວພັດທະນາໃໝ່, ຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງກວ່າເກົ່າ, ປະກອບສ່ວນຢ່າງແທດຈິງຕໍ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສ່ວນທ່ານປະທານາທິບໍດີມຽນມາ Min Aung Hlaing ເນັ້ນໜັກວ່າ ມຽນມາ ຈະພະຍາຍາມຈົນສຸດຄວາມສາມາດເພື່ອເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ເສີມສ້າງການເຊື່ອມຕໍ່ທາງວິສາຫະກິດລະຫວ່າງສອງປະເທດ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືການຮ່ວມມືຮອບດ້ານໃນປີ 2027.
ກ່ອນໜ້ານັ້ນໃນຕອນບ່າຍວັນດຽວກັນ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກໍ່ໄດ້ໂອ້ລົມສົນທະນາກັບ ທ່ານປະທານາທິບໍດີ ມຽນມາ Min Aung Hlaing.
ທີ່ການພົບປະ, ການນຳ 2 ທ່ານໄດ້ເປັນເອກກະພາບກັນເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບໃຫ້ກາຍເປັນເສົາຄ້ຳຂອງການຮ່ວມມືສອງຝ່າຍ. ການນຳ 2 ທ່ານກໍ່ເຫັນດີເປັນເອກກະພາບຈະຊຸກຍູ້ການຮ່ວມມືຢ່າງຮອບດ້ານໃນຂົງເຂດອື່ນໆ, ພິເສດແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງ, ຄົມມະນາຄົມທາງອາກາດ, ການສຶກສາ, ວັດທະນະທຳ, ການແລກປ່ຽນປະຊາຊົນ, ເຊື່ອມຕໍ່ທ້ອງຖິ່ນ.
ຕອນບ່າຍວັນທີ 06 ກັນຍາ, ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ແລະ ທ່ານນາງ Kyu Kyu Hla, ພັນລະຍາ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ, ແຕ່ວັນທີ 04 ຫາ 06 ກັນຍາ 2026, ຕາມຄຳເຊີນຂອງ ທ່ານ ໂຕນເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ.






