ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທະຫານເຈັບປ່ວຍ ແລະ ເສຍອົງຄະຢູ່ ບັກນິງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27 ກໍລະກົດ 1947 – 27 ກໍລະກົດ 2026), ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ ບັກນິງ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາທະຫານເຈັບປ່ວຍ, ເສຍອົງຄະຢູ່ສູນບຳລຸງສຸຂະພາບທະຫານເສຍອົງຄະຢູ່ ທ້ວນແທັ່ງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຝາກຄຳສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາການອຸດທິດສ່ວນ, ຄວາມສູນເສຍອັນໃຫຍ່ຫຼວງໃຫ້ແກ່ເອກລາດ, ເສລີພາບຂອງປະເທດຊາດ ແລະ ຊີວິດສະຫງົບງຽບໃນປະຈຸບັນ ໄປເຖິງບັນດາແມ່ ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ ແລະ ເສຍອົງຄະ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໝົດທຸກຄົນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ພ້ອມກັບການເບິ່ງແຍງດູແລ, ປະຕິບັດນະໂຍບາຍສຳລັບບັນດາຍາດພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເຈັບປ່ວຍ ແລະ ເສຍອົງຄະ, ນັກຮົບເກົ່າ, ພັກ, ລັດ ແລະ ທົ່ວສັງຄົມພວມມານະພະຍາຍາມຜັນຂະຫຍາຍ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ ຍູ້ແຮງການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ” .
“ຈາກຈຸດນີ້, ພວກເຮົາຍິ່ງເຂົ້າໃຈໄດ້ວ່າ ກຳລັງແຮງຂອງປະເທດໜຶ່ງບໍ່ພຽງແຕ່ໄດ້ວັດແທກດ້ວຍເສດຖະກິດ, ການປ້ອງກັນຊາດ ຫຼື ທີ່ຕັ້ງສາກົນເທົ່ານັ້ນ, ຫາກຍັງແມ່ນການເຄົາລົບອະດີດຕະການ, ເບິ່ງແຍງດູແລຜູ້ທີ່ໄດ້ອຸທິດສ່ວນ ແລະ ຮັກສານ້ຳໃຈຕໍ່ຜູ້ທີ່ເສຍສະຫຼະຊິວິດ. ປະເທດຍິ່ງພັດທະນາ, ຜູ້ມີຄຸນງາມຄວາມດີຍິ່ງຕ້ອງໄດ້ຮັບການເບິ່ງແຍງດູແລໃຫ້ເປັນຢ່າງດີກວ່າອີກ”.
ຕອນບ່າຍວັນດຽວກັນ, ຢູ່ຕາແສງ ເວິນໂຮ່, ແຂວງ ເຊີນລາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມວັນບຸນທົ່ວປວງຊົນປົກປ້ອງຄວາມໝັ້ນຄົງແຫ່ງຊາດປີ 2026 ພ້ອມກັບພໍ່ແມ່ພີ່ນ້ອງຊາວເຜົ່າທ້ອນຖິ່ນເປັນຈຳນວນຫຼາຍ.
ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງສືບຕໍ່ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ຕິດພັນກັບຂະບວນການປົກປ້ອງຄວາມໝັ້ນຄົງແຫ່ງຊາດ ກັບການພັດທະນາເສດຖະກິດ - ສັງຄົມ, ສ້າງ ເວິນໂຮ່ ໃຫ້ກາຍເປັນຕາແສງແບບຢ່າງກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ມອບຂອງຂວັນໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນ, ຄອບຄົວນະໂຍບາຍ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກ; ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍ.






