ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ທະຫານເຈັບປ່ວຍ ແລະ ເສຍອົງຄະຢູ່ ບັກນິງ

ກຳລັງແຮງຂອງປະເທດໜຶ່ງບໍ່ພຽງແຕ່ໄດ້ວັດແທກດ້ວຍເສດຖະກິດ, ການປ້ອງກັນຊາດ ຫຼື ທີ່ຕັ້ງສາກົນເທົ່ານັ້ນ, ຫາກຍັງແມ່ນການເຄົາລົບອະດີດຕະການ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ການຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາທະຫານເຈັບປ່ວຍ, ເສຍອົງຄະຢູ່ສູນບຳລຸງສຸຂະພາບທະຫານເສຍອົງຄະຢູ່ ທ້ວນແທັ່ງ. (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫ​ຼອງ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດນາມ (27 ກໍ​ລະ​ກົດ 1947 – 27 ກ​ໍ​ລະ​ກົດ 2026), ຕອ​ນ​ເຊົ້າ​ວັນ​ທີ 15 ກໍ​ລະ​ກົດ, ຢູ່​ ບັກນິງ, ທ່ານ ໂຕ​ເລິ​ມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນໃຫ້​ບັນ​ດາ​ທະ​ຫານ​ເຈັບ​ປ່ວຍ, ເສຍ​ອົງ​ຄະ​ຢູ່​ສູນ​ບຳ​ລຸງ​ສຸ​ຂະ​ພາບທະຫານ​ເສຍ​ອົງ​ຄະ​ຢູ່​ ທ້ວນ​ແທັ່ງ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຝາກ​ຄຳສະແດງຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ການ​ອຸດ​ທິດ​ສ່ວນ, ຄວາມ​ສູນເສຍ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ເອກ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທ​ດ​ຊາດ ແລະ ຊີ​ວິດ​ສະ​ຫງົບ​ງຽບ​ໃນ​ປະ​ຈຸ​ບັນ​ ໄປເຖິງ​ບັນ​ດາ​ແມ່ ຫວຽດ​ນາມ ວິ​ລະ​ຊົນ, ທະ​ຫານ​ເຈັບ​ປ່ວຍ ແລະ ເສຍ​ອົງ​ຄະ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ໝົດ​ທຸກ​ຄົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້​ນ​ໜັກ​ວ່າ ພ້ອມ​ກັບ​ການ​ເບິ່ງ​ແຍງ​ດູ​ແລ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ສຳ​ລັບ​ບັນ​ດາ​ຍາດ​ພີ​່​ນ້ອງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ບັນ​ດາທະ​ຫານ​ເຈັບ​ປ່ວຍ ແລະ ເສຍ​ອົງ​ຄະ, ນັກ​ຮົບ​ເກົ່າ, ພັກ, ລັດ ແລະ ທົ່ວ​ສັງ​ຄົມ​ພວມ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ “ບັ້ນ​ເຄື່ອນ​ໄຫວ​ 500 ວັນ ແລະ ຄືນ ຍູ້​ແຮງ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ” .

“ຈາກ​ຈຸດນີ້, ພວກ​ເຮົ​າ​ຍິ່ງ​ເຂົ້າ​ໃຈ​ໄດ້​ວ່າ ກຳ​ລັງ​ແຮງ​ຂອງ​ປະ​ເທດ​ໜຶ່ງ​ບໍ່​ພ​ຽງ​ແຕ່​ໄດ້​ວັດ​ແທກ​ດ້ວຍ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ ຫຼື ທີ່​ຕັ້ງ​ສາ​ກົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ເຄົາ​ລົບ​ອະ​ດີດ​ຕະ​ການ, ເບິ່ງ​ແຍງ​ດູ​ແລ​ຜູ້​ທີ່​ໄດ້​ອຸ​ທິດ​ສ່ວນ​ ແລະ ຮັກ​ສາ​ນ້ຳ​ໃຈ​ຕໍ່​ຜູ້​ທີ່​ເສຍ​ສະ​ຫຼະ​ຊິ​ວິດ. ປະ​ເທດ​ຍິ່ງ​ພັດ​ທະ​ນາ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຍິ່ງ​ຕ້ອງ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ເປັນ​ຢ່າງດີກວ່າອີກ”.

ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ​່​ຕາ​ແສງ ເວິນ​ໂຮ່, ແຂວງ ເຊີນ​ລາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມວ​ັນ​ບຸນ​ທົ່ວ​ປວງ​ຊົນ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ປີ 2026 ພ້ອມ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊາວ​ເຜົ່າ​ທ້ອນ​ຖິ່​ນ​ເປັນ​ຈຳ​ນວນ​ຫຼາຍ.

ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງສືບ​ຕໍ່ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ, ຕິດ​ພັນ​ກັບ​ຂະ​ບວນ​ການ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ສ້າງ ເວິນ​ໂຮ່ ໃຫ້​ກາຍ​ເປັນ​ຕາ​ແສງ​ແບບ​ຢ່າງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໄດ້​ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸ​ກ​ຄົນ​ດີ​ເດັ່ນ, ຄອບ​ຄົວ​ນະ​ໂຍ​ບາຍ ແລະ ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ; ໄປ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ.


top