• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສ້າງກຳລັງຕຳຫຼວດປະຊາຊົນຕອບສະໜອງຄວາມຮຽກຮ້ອງໃນສະພາບການໃໝ່

ທ່ານຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ໃນສະພາບການໃໝ່
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ​ເລິມ ກ່າວ​ຄຳ​ເຫັນທີ່ການພົບປະ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 64 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ (20 ກໍ​ລະ​ກົດ 1962 – 20 ກໍ​ລະ​ກົດ 2026), ຕອ​ນ​ເຊົ້າ​ວັນ​ທີ 18 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ ອົງ​ຄະ​ນະ​ພັກ​ຕຳ​ຫ​ຼວດ​ສູນ​ກາງ, ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ໄດ້​ຈັດ​ການ​ພົບ​ປະ​ການ​ນຳ, ຜູ້​ບັນ​ຊາ​ການ, ພະ​ນັກ​ງານ​ອາ​ວຸ​ໂສ, ຜູ້​ຕາງ​ໜ້າ​ຕຳ​ຫຼວດ​​ເສຍ​ອົງ​ຄະ​ລຸ້ນ​ຕ່າງໆ​ໃນ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ.

ທີ່​ການ​ພົບ​ປະ, ໂດຍ​ຕາງ​ໜ້າ​ພັກ, ລັດ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ໃຫ້​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ, ການ​ນຳ​ລຸ້ນ​ຕ່າງໆ, ຜູ້​ບັນ​ຊາ​ການ​ຂັ້ນ​ສູງ​ຂອງ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ​ຜ່ານ​ສະ​ໄໝ​ຕ່າງໆ ສຸມ​ໃສ່​ໃຫ້​ຄຳ​ປຶກ​ສາ, ເປັນ​ແກ່ນ​ສານ​ເພື່ອ​ປະ​ຕິ​ບັດ​ການ​ສ້າງ​ສັງ​ຄົມ​ມີ​ລະ​ບຽບ​ວິ​ໄນ, ສີ​ວິ​ໄລ, ພັດ​ທະ​ນາ. ທ່ານ​ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນປະ​ຕິ​ວັດ, ເປັນ​ກຳ​ລັງ​ຫຼວງ, ກະ​ທັດ​ລັດ, ​ທັນ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ, ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່; ພ້ອມ​ແລ້​ວ​ທີ່​ຈະ​ຕໍ່​ສູ້, ໄຊ​ຊະ​ນະ ແລະ ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຄວາມ​ຫງົບ​ສຸກ, ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top