• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ
  (\ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ. (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ (19 ສິງ​ຫາ 1945 – 19 ສິງ​ຫາ 2026) ແລະ ວັນ​ຊາດປະ​ເທດ ສ​ສ.ຫວຽດ​ນາມ (02 ກັນ​ຍາ 1945 – 02 ກັນ​ຍາ 2026), ຢູ່​ນະ​ຄອນ​ຫຼວງ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າຂ​່ຳ​ນັບ​ສຸ​ສານ​ປະ​ທານ ​ໂຮ່​ຈີ​ມິ​ນ ແລະ ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ຢູ່​ເຮືອນ​ເລກ​ທີ 67, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່ ຮ່າ​ໂນ້ຍ, ນັບ​ແຕ່​ຮຸ່ງ​ເຊົ້າ, ມີ​ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼາຍ​ໄດ້​ມາ​ສະ​ໜາມ​ຫຼວງ ບາ​ດິ່ງ ແຫ່ງປະ​ຫວັດ​ສາດ ເພື່ອ​ເຂົ້າຂ​່ຳ​ນັບ​ສຸ​ສານ​ປະ​ທານ ​ໂຮ່​ຈີ​ມິ​ນ ແລະ ຢ້ຽມ​ຢາມ​ເຂດ​ປ​ູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ.

ກ່ອນ​ໜ້ານັ້ນ, ຮຸ່ງ​ເຊົ້າ​ວັນ​ທີ 02 ກັນ​ຍາ, ຢູ່​ສະ​ໜາມ​ຫຼວງ ບາ​ດິ່ງ, ​ພິ​ທີ​ຊັກ​ທຸງ​ຊາດ​ກໍ່​ໄດ້​ຈັດ​ຂຶ້​ນ​​ຢ່າງເຄັງ​ຂຶ​ມ.

(ແຫຼ່ງຄັດຈາກ VOV)

ຈີນ ແລະ ອາຊຽນ ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ

ຈີນ ແລະ ອາຊຽນ ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ

ຈີນ ໄດ້ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ ໃນຮອບເວລາ 17 ປີຢ່າງລຽນຕິດ, ໃນຂະນະທີ່ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນເວລາ 6 ປີຢ່າງລຽນຕິດ.

Top