ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກໍ່ສ້າງລຸ້ນຊາວໜຸ່ມ ຫວຽດນາມ ຮ່ຳຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ
ກໍ່ສ້າງລຸ້ນຊາວໜຸ່ມ ຫວຽດນາມ ຮ່ຳຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ. ນັ້ນແມ່ນຄຳຢືນຢັນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ 13, ອາຍຸການ 2026 – 2031, ຈັດຂຶ້ນໃນຕອນເຊົ້າວັນທີ 25 ມິຖຸນາ, ຢູ່ ຮ່າໂນ້ຍ.
ໂດຍເຫັນດີເປັນພື້ນຖານຕໍ່ທິດທາງ, ເປົ້າໝາຍ, ໜ້າທີ່, ມາດຕະການທີ່ໄດ້ຍົກອອກມາໃນຮ່າງບົດລາຍງານການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອງເອົາໃຈໃສ່, ເຮັດໃຫ້ວຽກງານສຶກສາອຸດົມຄະຕິປະຕິວັດໃຫ້ເລິກເຊິ່ງກວ່າ, ເສີມສ້າງນ້ຳໃຈຮັກຊາດ, ຄຸນນະທາດດ້ານການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະ ຄວາມຄາດຫວັງອຸທິດສ່ວນໃຫ້ແກ່ຊາວໜຸ່ມ.
“ຕ້ອງເສີມສ້າງລຸ້ນຊາວໜຸ່ມ ຫວຽດນາມ ຮ່ຳຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ, ນຳໜ້ານະວັດຕະກຳ, ການຫັນເປັນດີຈີຕອນ ແລະ ເຊື່ອມໂຍງເຂົ້າກັບສາກົນ. ໃນສັງກາດໃໝ່, ພູມປັນຍາ, ເຕັກໂນໂລຊີ, ຂໍ້ມູນ, ນະວັດຕະກຳ ແລະ ຄຸນນະພາບຂອງມະນຸດຕັດສິນກຳລັງແກ່ງແຍ້ງແຫ່ງຊາດ. ການລົງທຶນໃຫ້ແກ່ຊາວໜຸ່ມນັ້ນກໍ່ແມ່ນລົງທຶນໃຫ້ແກ່ກຳລັງແກ່ງແຍ້ງຍາວນານຂອງປະເທດຊາດ”.






