ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ກໍ່ສ້າງລຸ້ນຊາວໜຸ່ມ ຫວຽດນາມ ຮ່ຳຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ - ເຕັກໂນໂລຊີ

ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕ້ອງເອົາໃຈໃສ່, ເຮັດໃຫ້ວຽກງານສຶກສາອຸດົມຄະຕິປະຕິວັດໃຫ້ເລິກເຊິ່ງກວ່າ, ເສີມສ້າງນ້ຳໃຈຮັກຊາດ, ຄຸນນະທາດດ້ານການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ)

ກໍ່ສ້າງ​ລຸ້ນ​ຊາວ​ໜຸ່ມ ຫວຽດ​ນາມ ຮ່ຳ​ຮຽນ​ຕະ​ຫຼອດ​ຊີ​ວິດ, ເປັນ​ເຈົ້າ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄ​ະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຄັ້ງ​ທີ 13, ອາ​ຍຸ​ການ 2026 – 2031, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ.

ໂດຍ​ເຫັນ​ດີ​ເປັນ​ພື້ນ​ຖານ​ຕໍ່​ທິດ​ທາງ, ເປົ້າ​ໝາຍ, ໜ້າ​ທີ່, ມາດ​ຕະ​ການ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້​ນ​ໜັກ​ວ່າ ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຕ້ອງ​ເອົາ​ໃຈ​ໃສ່, ເຮັດ​ໃຫ້​ວຽກ​ງານ​ສຶກ​ສາ​ອຸ​ດົມ​ຄະ​ຕິ​ປະ​ຕິ​ວັດ​ໃຫ້​ເລິກ​ເຊິ່ງກວ່າ, ເສີມ​ສ້າງ​ນ້ຳ​ໃຈ​ຮັກ​ຊາດ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ ແລະ ຄວາມ​ຄາດ​ຫວັງ​ອຸ​ທິດ​ສ່ວນ​ໃຫ້​ແກ່​ຊາວ​ໜຸ່ມ.

“ຕ້ອງ​ເສີມ​ສ້າງ​ລຸ້ນ​ຊາວ​ໜຸ່ມ ຫວຽດ​ນາມ ຮ່ຳ​ຮຽນ​ຕະ​ຫຼອດ​ຊີ​ວິດ, ເປັນ​ເຈົ້າ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ນຳ​ໜ້າ​ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ໃນ​ສັງ​ກາດ​ໃໝ່, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ, ນະ​ວັດ​ຕະ​ກຳ ແລະ ຄຸນ​ນະ​ພາບ​ຂອງ​ມະ​ນຸດ​ຕັດ​ສິນ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ. ການລົງ​ທຶນ​ໃຫ້​ແກ່​ຊາວ​ໜຸ່ມນັ້ນກໍ່​ແມ່ນ​ລົງ​ທຶນ​ໃຫ້​ແກ່​ກຳ​ລັງ​ແກ່ງ​ແຍ້ງ​ຍາວ​ນານ​ຂອງ​ປະ​ເທດ​ຊາດ”.


top