• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ: ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຍັງສືບຕໍ່ໄດ້ຮັບການປະຕິບັດຢ່າງແຮງທີ່ສຸດ

      ຕອນເຊົ້າວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ຄະນະປະຈຳ ຄະນະຊີ້ນຳສູນກາງ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ.
ກອງປະຊຸມຂອງ  ຄະນະປະຈຳ ຄະນະຊີ້ນຳສູນກາງ ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ພາບ: TTXVN)
      ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ຕີລາຄາກ່ຽວກັບໝາກຜົນທີ່ບັນລຸໄດ້ໃນໄລຍະ 2 ເດືອນຜ່ານມາ ຫາກຍັງຫວນຄືນການສົມທົບຂອງຄະນະຊີ້ນຳອີກດ້ວຍ. ທ່ານກ່າວວ່າ:
        “ອີກຄັ້ງໜຶ່ງ ສະແດງໃຫ້ເຫັນຄວາມຕັດສິນໃຈສູງໃນຂົງເຂດນີ້, ການຊີ້ນຳຢ່າງຂ້ຽວຂາດ, ແໜ້ນແຟ້ນ, ການສົມທົບທີ່ກົມກ່ຽວ ດ້ວຍບັນດາບາດກ້າວເດີນທີ່ມີແບບມີແຜນ ແລະ ສອດຄ່ອງ.  ນີ້ແມ່ນບົດຮຽນ, ປະສົບການຂອງພວກເຮົາ, ນີ້ກໍແມ່ນສາຍເຫດທີ່ນຳມາເຊິ່ງໝາກຜົນທີ່ໜ້າປະເອີບໃຈ ແລະ ສຳຄັນທີ່ສຸດແມ່ນຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນສູງຈາກປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.”
        ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທາປະເທດ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ທຸກຂັ້ນ ຈົ່ງຍູ້ແຮງວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ດ້ວຍຄວາມຕັດສິນໃຈການເມືອງທີ່ສູງກວ່າ, ກະທຳຢ່າງແຮງກວ່າ, ຂ້ຽວຂາດ ແລະ ມີປະສິດທິຜົນກວ່າ ໃນທຸກຄະນະ, ຂະແໜງການ, ທຸກຂັ້ນ, ທຸກຂົງເຂດ; ຈັດຕັ້ງການຊາບຊຶມ, ຈັດຕັ້ງປະຕິບັດແຜນນະໂຍບາຍ, ໜ້າທີ່, ມາດຕະການກ່ຽວກັບການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດໂດຍໄວ; ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພີ່ມທະວີການສົມທົບ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ໄວຄວາມຄືບໜ້າການສືບສວນ, ສັ່ງຟ້ອງ, ພິພາກສາ… 
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top