• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ​ເວື​ອງດິ່ງ​ເຫວ້ ​ເປັນ​ປະທານ​ກອງ​ປະຊຸມ​ຍົກ​ສູງ​ປະສິດທິ​ຜົນຮູບ​​ແບບ​ເສດຖະກິດ​ລວມໝູ່

 ວັນທີ 20 ພະຈິກ, ຢູ່ສໍານັກງານລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້, ຫົວໜ້າຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດລວມໝູ່, ໄດ້ເປັນປະທານກອງປະຊຸມສ້າງແຜນຮ່າງສັງລວມການປະຕິບັດມະຕິຂອງສູນກາງພັກ ກອມມູນິດ ຫວຽດນາມ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຮູບແບບເສດຖະກິດລວມໝູ່.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ (ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຖືວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ໄລ່ມາຮອດປັດຈຸບັນ ເສດຖະກິດລວມໝູ່ ໄດ້ຫຼຸດພົ້ນອອກຈາກສະພາບອ່ອນດ້ອຍທີ່ແກ່ຍາວມາແຕ່ດົນນານ ແລະ ມີບາດກ້າວພັດທະນາຢ່າງເຫັນໄດ້ຊັດ ດ້ວຍຈໍານວນສະຫະກອນປະມານ   50% ແມ່ນພັດທະນາຢ່າງມີປະສິດທິຜົນ, ສ້າງວຽກເຮັດງານທໍາ ແລະ ລາຍຮັບໃຫ້ແກ່ສະມາຊິກສະຫະກອນ ແລະ ຊາວຜູ້ອອກແຮງງານ. ທ່ານເນັ້ນໜັກວ່າ:

        “ຕີລາຄາປະສິດທິຜົນຂອງເສດຖະກິດລວມໝູ່ ບໍ່ພຽງແຕ່ແມ່ນອີງໃສ່ຊັບສິນ, ລາຍຮັບຂອງ ສະຫະກອນເທົ່ານັ້ນ ຫາກແມ່ນການຕີລາຄາສັງລວມກ່ຽວກັບເສດຖະກິດດ້ານການເມືອງ ນັບທັງດ້ານສັງຄົມ ອີກດ້ວຍ. ທີສອງ, ກ່ຽວກັບດ້ານເສດຖະກິດ, ບໍ່ພຽງແຕ່ແມ່ນການຕີລາຄາປະສິດທິຜົນຂອງສະຫະກອນເທ່ົານັ້ນ ຫາກຍັງຕີລາຄາປະສິດທິຜົນລາຍຮັບເພີ່ມເຕີມຂອງບັນດາສະມາຊິກສະຫະກອນ, ຫຼຸດຜ່ອນລາຄ່າສົ້ນເຂົ້າ, ເພິ່ມປະສິດທິຜົນຂອງສົ້ນອອກ ອີກດ້ວຍ”.

 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top