• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງປະທານາທິບໍດີ ບຣາຊີນ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ

ວັນທີ 22 ເມສາ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ບຣາຊີນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ໄດ້ນຳຫນ້າຄະນະ ໄດ້ພົບປະກັບທ່ານຮອງປະທານາທິບໍດີ ບຣາຊີນ Hamilton Mourao.


ທ່ານຮອງປະທານາທິບໍດີ ບຣາຊີນ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ

ພາບ: TTXVN

ທີ່ການພົບປະ, ທ່ານຮອງປະທານາທິບໍດີ ບຣາຊີນ ໄດ້ເນັ້ນຫນັກວ່າ ບຣາຊີນ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ຍາມໃດກໍ່ສະຫງວນນະໂຍບາຍການຕ່າງປະເທດບຸລິມະສິດສຳລັບຫວຽດນາມ ພ້ອມທັງສະແດງຄວາມປາດຖະຫນາຢາກສອງຝ່າຍຈະມານະພະຍາຍາມະເພື່ອຊຸກຍູ້ການລົງທຶນສອງສົ້ນ, ຫັນສິນຄ້າເປັນຫລາຍຮູບແບບຂອງສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ເນັ້ນຫນັກວ່າ ບຣາຊີນ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າຂອງຫວຽດນາມ ຢູ່ ພາກພື້ນ ອາເມລີກາ ລາຕີນ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ສະຫນັບສະຫນູນ ບຣາຊີນ ເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ ເມື່ອສະພານີ້ໄດ້ຮັບການເປີດກວ້າງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top