• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບີງ: ຄວາມປອດໄພການ​ເຄື່ອນ​ໄຫວ​ທາງການບິນ, ຊຸກຍູ້ການພັດທະນາເສດຖະກິດ

ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານໃນ 7 ເດືອນຜ່ານມາ ແລະຜັນຂະຫຍາຍຫນ້າທີ່ໃນຊຸມເດືອນທ້າຍປີ ຂອງຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດ ຊື່ງຈັດຂຶ້ນໃນຕອນເຊົ້າວັນທີ 25 ສິງຫາ ຢູ່ ຮ່າໂນ້ຍ ຕາມຮູບການອອນລາຍ.

(ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ, ກ່າວຄຳເຫັນທີ່ກອງປະຊຸມ)

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ປະທານ ຄະນະກຳມະການດັ່ງກ່າວ ສະເຫນີ: ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຕ້ອງຮັບປະກັນຄວາມໝັ້ນຄົງ ຄວາມປອດໄພການເຄື່ອນໄຫວທາງການບິນ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ພ້ອມທັງ ມອບໃຫ້ກະຊວງຄົມມະນາຄົມຂົນສົ່ງ ເປັນເຈົ້າພາບ ສົມທົບກັບບັນດາກະຊວງ, ຂະແຫນງການຊື່ງເປັນສະມາຊິກຂອງຄະນະກຳມະການ ຮີບເຮັ່ງສ້າງສຳເລັດເອກະສານແນະນຳ ຕີລາຄາຄວາມສ່ຽງດ້ານການບິນແຫ່ງຊາດ.  ທ່ານ ເຈືອງຮ່ວາບີງ ສະເຫນີ: ຄະນະຊີ້ນຳການປ້ອງກັນ ຕ້ານການກໍ່ການຮ້າຍ ບັນດາທ້ອງຖິ່ນທີ່ມີທ່າອາກາດສະຍານ, ສະຫນາມບິນ ປະຕິບັດຢ່າງເຂັ້ມງວດການສ້າງກົດລະບຽບການເຮັດວຽກ, ແລກປ່ຽນສະພາບການ ປະຕິບັດຢ່າງເຂັ້ມງວດບັນດາກົດລະບຽບຂໍ້ກຳນົດ. ພ້ອມທັງເອົາໃຈໃສ່ເຖິງວຽກງານເຝິກຊ້ອມ, ສ້າງຂັ້ນຕອນຮັບມືກັບກໍລະນີນາບຂູ່ເຖິງຄວາມໝັ້ນຄົງຄວາມປອດໄພການເຄື່ອນໄຫວທາງການບິນ.”
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top