ໃນຂອບເຂດກອງປະຊຸມອະນາຄົດ ອາຊີ ຄັ້ງທີ 31 ທີ່ຈັດຂຶ້ນໃນວັນທີ 11 ມິຖຸນາ, ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ທ່ານ ເລຕຽນເຈົາ, ຮອງນາຍົກລັດຖະມົນຕີ ຕາງໜ້າໃຫ້ ຫວຽດນາມ ໄດ້ມີບົດກ່າວປາໄສຢູ່ທີ່ນີ້.
ທ່ານຮອງນາຍົກລັດຖະມົນຕີ ເລຕຽນເຈົາ ຖືວ່າ ສາມາດຖອດຖອນໄດ້ 3 ບົດຮຽນໃຫຍ່, ລວມມີ: ເຂັ້ມແຂງດ້ວຍຕົນເອງ ແມ່ນພື້ນຖານ, ການປະຕິຮູບ ແລະ ການປ່ຽນແປງໃໝ່. ກ່ຽວກັບ 3 ບຸລິມະສິດຍຸດທະສາດຂອງ ອາຊີ, ທ່ານໃຫ້ຮູ້ວ່າ:
“ທີໜຶ່ງແມ່ນ, ອາຊີ ເປັນໃຈກາງການຜະລິດ ແລະ ລະບົບສະໜອງສຳຄັນຂອງໂລກ. ທີສອງແມ່ນ, ອາຊີ ມີກຳລັງຄວາມສາມາດເຕີບໂຕພາຍໃນຢ່າງແຮງ, ມີຕະຫຼາດບໍລິໂພກທີ່ໃຫຍ່ໂຕ ດ້ວຍຄວາມສາມາດບົ່ມຊ້ອນການພັດທະນາຫຼາຍຢ່າງ. ທີສາມແມ່ນ, ອາຊີ ມີໂອກາດນຳໜ້າກ່ຽວກັບ “ການຫັນປ່ຽນຄວບຄູ່” - ຫັນປຽນດີຈີຕອນ ແລະ ຫັນເປັນສີຂຽວ”.






