• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ

ຕອນບ່າຍວັນທີ 2 ກໍລະກົດຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງໄດ້ໃຫ້ການຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ (ADB) Ahmed Saeed ທີ່ກຳລັງຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງ ຕ້ອນຮັບທ່ານຮອງປະທານທະນາຄານພັດທະນາອາຊີ  Ahmed Saeed (ພາບ: VGP)

ທີ່ກອງປະຊຸມ,ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຟ້າມບິ່ງມິງໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນຕໍ່ການພົວພັນກັບທະນາຄານພັດທະນາອາຊີ, ຊຶ່ງແມ່ນບັນດານັກອຸປະຖຳແຖວໜ້າໃນການໜູນຊ່ວຍດ້ານທຶນຮອນ, ສົ່ງເສີມດ້ານເຕັກນິກແລະໃຫ້ຄຳປຶກສາ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຟ້າມບິ່ງມິງສະເໜີໃຫ້ ທະນາຄານພັດທະນາອາຊີສືບຕໍ່ອຳນວຍຄວາມສະດວກໃຫ້ຫວຽດນາມໃນການສຳຜັດກັບບັນດາແຫຼ່ງທຶນODAໃຫ້ຫຼາຍກວ່າອີກຫຼືສົມທົບລະຫວ່າງທຶນກູ້ຢືມກັບແຫຼ່ງທຶນຊ່ວຍເຫຼືອ ເພື່ອແນໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການກູ້ຢືມ, ຮັບປະກັນຄວາມປອດໄພຂອງຫນີ້ສາທາລະນະ.

ສ່ວນທ່ານຮອງປະທານທະນາຄານພັດທະນາ ອາຊີ Ahmed Saeed ຖືວ່າຫວຽດນາມແມ່ນໜຶ່ງໃນແບບຢ່າງໃນການນຳໃຊ້ທຶນ ODA ເພື່ອສາມາດແບ່ງປັນກັບປະເທດອື່ນໆ. ທ່ານຮອງປະທານທະນາຄານພັດທະນາອາຊີຢັ້ງຢືນວ່າຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມເພື່ອຮັກສາສະຖຽນລະພາບ, ການພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top