• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຕ້ອນຮັບເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ

ວັນທີ 27 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ (WMO) Petteri Taalas ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຕ້ອນຮັບທ່ານເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ Petteri Taalas

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະປະຕິບັດບັນດາຄຳໝັ້ນສັນຍາສາກົນຢ່າງຄົບຖ້ວນ ມຸ່ງໄປເຖິງການປະຕິບັດປ້ອງກັນ, ຕ້ານ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດເກີດຂຶ້ນ, ຮັບປະກັນການນຳໃຊ້ສູນໜູນຊ່ວຍພະຍາກອນພາກພື້ນເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ສະເໜີອົງການອຸຕຸນິຍົມໂລກ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ຍົກສູງກຳລັງຄວາມສາມາດພະຍາກອນ.

        ສ່ວນທ່ານເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ (WMO) Petteri Taalas ຕີລາຄາສູງ ແລະ ສະເໜີລັດຖະບານ ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດແຫຼ່ງກຳລັງໃຫ້ຂົງເຂດອຸຕຸນິຍົມ ອຸທົກກະສາດ ພິເສດ ແມ່ນເອົາໃຈໃສ່ເຂົ້າໃນການລົງທຶນພັດທະນາແຫຼ່ງຊັບພະຍາກອນມະນຸດ, ລົງທຶນບັນດາປ້ອມວັດແທກອັດຕະໂນມັດ, ທັນສະໄໝ.

(ແຫຼ່ງຄັດຈາກ VOV)


ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).

Top