• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຫງວຽນຊວນຟູ໋ກນາຍົກລັດຖະມົນຕີ: ສາທາລະນະລັດສະຫະພັນເຢຍລະມັນແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມຢູ່ເອີລົບ

      ໃນຂອບເຂດການຢ້ຽມຢາມ ສາທາລະນະລັດສະຫະພັນ ເຢຍລະມັນ ຢ່າງເປັນທາງການ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດ G20, ໃນວັນທີ 6/7, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ພົບປະເຈລະຈາກັບ ທ່ານ Frank-Walter Steinmeier ປະທານາທິບໍດີ ສາທາລະນະລັດສະຫະພັນ ເຢຍລະມັນ.

ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ພົບປະເຈລະຈາກັບ
ທ່ານ Frank-Walter Steinmeier ປະທານາທິບໍດີ ເຢຍລະມັນ
(ພາບ: TTXVN)
      ຢູ່ທີ່ນີ້, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ: ແຜນນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ ຖື ເຢຍລະມັນ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສຳຄັນແຖວໜ້າ ຢູ່ເອີລົບ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລີກເຊິ່ງກວ່າອີກ. ທ່ານ Frank-Walter Steinmeier ປະທານາທິບໍດີ ເຢຍລະມັນ ກໍ່ຢືນຢັນວ່າ ເຢຍລະມັນ ຍາມໄດຖືເປັນສຳຄັນການປັບປຸງ, ພັດທະນາການພົວພັນມິດຕະພາບ ແລະ ຮ່ວມມືກັບ ຫວຽດນາມ, ເຊິ່ງແມ່ນຄູ່ຮ່ວມມືມີທີ່ຕັ້ງບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ອາຊີ - ປາຊີຟີກ.
        ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ປາດຖະໜາວ່າ: ຝ່າຍເຢຍລະມັນສົ່ງເສີມບັນດາກຸ່ມບໍລີສັດແຖວໜ້າ ກໍ່ຄືບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເພີ່ມທະວີລົງທຶນເຂົ້າ ຫວຽດນາມ. ການນຳສອງທ່ານເຫັນດີເປັນເອກະສັນສືບຕໍ່ມານະພະຍາຍາມນຳມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ກາຍເປັນຮາກຖານກໍ່ສ້າງ ແລະ ຄົ້ນຄ້ວາແຖວໜ້າຢູ່ ຫວຽດນາມ ແລະ ພາກພື້ນໂດຍໄວ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຫວຽດນາມໃນສັງກາດປະຕິວັດອຸດສາຫະກຳ 4.0. ໃນການຮ່ວມມືວິທະຍາສາດເຕັກນິກ, ສອງຝ່າຍເຫັນດີເປັນເອກະສັນຍູ້ແຮງການຮ່ວມມື, ຖ່າຍທອດເຕັກໂນໂລຢີໃນບັນດາຂົງເຂດເຊິ່ງແມ່ນທ່າໄດ້ປຽກຂອງ ເຢຍລະມັນ ຄື: ໄຟຟ້າແຮ່ງລົມ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສຶ່ສານ, ກົນຈັກປະດິດສ້າງ…
        ການນຳສອງທ່ານກໍ່ປຶກສາຫາລືບາງບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສຳລັບບັນຫາທະເລຕາເວນອອກ, ທ່ານ Frank-Walter Steinmeier ປະທານາທິບໍດີ ຢືນຢັນວ່າ: ເຢຍລະມັນ ສະໜັບສະໜູນ ຄວາມເສລີໃນການເດີນທະເລຢູ່ທະເລຕາເວນອອກ; ສະໜັບສະໜູນຫຼັກໝັ້ນແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວນອອກດ້ວຍບັນດາມາດຕະການສັນຕິພາບບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982 ແລະ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວນອອກ (DOC).
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top