• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂຊຊວັນລິກ ເຮັດວຽກຢູ່ ລາວ

      ຕອນບ່າຍວັນທີ 25 ທັນວາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວັນລິກ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ຂອງ ລາວ, ເຊິ່ງເປັນຂອງຂວັນຈາກ ພັກ - ລັດ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ. 

ພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ (ພາບ: TTXVN)
      ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ໄດ້ລະດົມກໍາລັງໃຈພະນັກງານ, ວິສະວະກອນຂອງບໍລິສັດ ກໍ່ສ້າງ ຈົ່ງພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ລະດົມທຸກແຫຼ່ງກໍາລັງຢ່າງສຸດຂີດ ເພື່ອຮັບປະກັນໃຫ້ກິດຈະກໍາດັ່ງກ່າວ ໄດ້ຮັບການກໍ່ສ້າງຖືກຕ້ອງຕາມຄວາມຄືບໜ້າ, ຮັບປະກັນດ້ານເຕັກນິກ, ຄວາມງາມ ເພື່ອກໍ່ສ້າງສໍາເລັດໂດຍໄວ ແລະ ມອບໃຫ້ສະພາແຫ່ງຊາດລາວ ນໍາເຂົ້າໃຊ້ການໃນປີ 2020.
        ເມື່ອໄປຢ້ຽມຢາມ ບໍລິສັດໃຫຍ່ Star Telecom (UNITEL) ເຊິ່ງເປັນວິສາຫະກິດທີ່ຮ່ວມທຸລະກິດ ລະຫວ່າງ ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກັບ ບໍລິສັດ ໂທລະຄົມມະນາຄົມ ລາວ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ສະເໜີໃຫ້ພະນັກງານ, ພາລະກອນ UNITEL ຈົ່ງສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່າອີກ, ຍູ້ແຮງການດໍາເນີນທຸລະກິດ, ເປິດກວ້າງຕະຫຼາດ ຕິດພັນກັບການຍົກສູງຄຸນນະພາບຂອງຜະລິດຕະພັນ; ເອົາໃຈໃສ່ເຖິງວຽກງານສັງຄົມ ເພື່ອປົວແປງ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຄວາມສະຫງົບປອດໄພໃຫ້ແກ່ປະເທດລາວຫຼາຍກວ່າອີກ.
 (ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top