• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Emmanuel Macron ໃນຖານະຕຳແໜ່ງປະທານາທິບໍດີ ຝລັ່ງ.
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາໄດ້ເດີນທາງມາຮອດ ຮ່າໂນ້ຍ (ພາບ: TTXVN)

ຕອນຄ່ຳວັນທີ 25 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 25 – 27 ພຶດສະພາ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ.

        ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Emmanuel Macron ໃນຖານະຕຳແໜ່ງປະທານາທິບໍດີ ຝລັ່ງ. ການຢ້ຽມຢາມກໍ່ແມ່ນປະເທດທຳອິດໃນການໄປປະຕິບັດງານຢູ່ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້ຂອງທ່ານປະທານາທິບໍດີ Emmanuel Macron ແລະ ພັນລະຍາ, ລວມມີ: ຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ. ຕິດຕາມທ່ານປະທານາທິບໍດີ Emmanuel Macron ແລະ ພັນລະຍາ ໃນຄັ້ງນີ້ມີເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານໃນລັດຖະບານ ຝລັ່ງ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະ ຝລັ່ງ ຈະປຶກສາຫາລືໃນຫຼາຍຂົງເຂດ, ໂຄງການລະອຽດ ເພື່ອຊຸກຍູ້ບັນດາບຸລິມະສິດດ້ານເສດຖະກິດ - ການຄ້າ - ການລົງທຶນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ນະວັດຕະກຳ, ວິທະຍາສາດເຕັກໂນໂລຊີ, ການສຶກສາບຳລຸງສ້າງ, ສາທາລະນະສຸກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top