ໃນຂອບເຂດການຢ້ຽມຢາມ ອີຕາລີ ຢ່າງເປັນທາງການ, ຕອນເຊົ້າວັນທີ 12 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ມີລານ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານນາງ Sandra Scagliotti, ກົງສູນກິດຕິມະສັກ ຫວຽດນາມ ປະຈຳ Torino, ພ້ອມກັບສາມີ.
ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ ທ່ານນາງ Sandra Scagliotti, ຫ້ອງການກົງສູນກິດຕິມະສັກ ແລະ ເພື່ອນມິດ ອີຕາລີ ຈະສືບຕໍ່ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຢ່າງແໜ້ນແຟ້ນ ໃນບັນດາການເຄື່ອນໄຫວປະຊາຄົມ ແລະ ອວ່າຍໜ້າເມືອຫາ ຫວຽດນາມ. ພ້ອມກັນນັ້ນ, ກໍ່ສະເໜີໃຫ້ຝ່າຍ ອີຕາລີ ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການຈັດຕັ້ງ, ສະມາຄົມ 2 ປະເທດເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ.
ກ່ອນໜ້ານັ້ນ, ທີ່ການໂອ້ລົມສົນທະນາກັບ ສັນຕະປະປາ Leo XIV, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ປາດຖະໜາວ່າ ສັນຕະປະປາ ແລະ ສຳນັກ ວາຕີກັງ ຈະສືບຕໍ່ເອົາໃຈໃສ່, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນຢ່າງເລິກເຊິ່ງກວ່າເກົ່າ, ມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງ ຫວຽດນາມ ແລະ ສຳນັກ ວາຕີກັງ ໃຫ້ຂຶ້ນສູ່ໄລຍະພັດທະນາໃໝ່; ທ່ານຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ຊາວຄຼິດ ໄດ້ຢູ່ໃນສິນ, ກິນໃນທຳ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ສ້າງລະບົບກົດໝາຍໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສາສະໜາ, ໃນນັ້ນມີຊາວຄຼິດ ເຄື່ອນໄຫວ ແລະ ພັດທະນາຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.
ສ່ວນສັນຕະປະປາ Leo XIV ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີບັນດາການແລກປ່ຽນ, ພົບປະຫຼາຍຂຶ້ນ ເພື່ອນຳການພົວພັນລະຫວ່າງ ຫວຽດນາມ - ສຳນັກ ວາຕີກັງ ໃຫ້ພັດທະນານັບມື້ນັບເລິກເຊິ່ງ, ກວ້າງຂວາງ, ຕອບສະໜອງຜົນປະໂຫຍດລວມ ແລະ ຄວາມມຸ່ງຫວັງຂອງປະຊາຄົມຊາວຄຼິດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ພົບປະກັບສະມາຄົມນັກສຶກສາ ແລະ ນັກຮຽນຊາວ ຫວຽດນາມ ພວມຮ່ຳຮຽນຢູ່ ອີຕາລີ









