ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຈຳກຳມາທິການວັດທະນະທຳ ແລະ ສັງຄົມ.
ໂດຍເນັ້ນໜັກວ່າ ທີ່ບັນດາສະໄໝປະຊຸມຂອງສະພາແຫ່ງຊາດ, ຂົງເຂດການສຶກສາ, ສາທາລະນະສຸກໄດ້ຮັບຄວາມສົນໃຈຈາກສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງຫຼາຍຄົນ, ສະນັ້ນ, ທ່ານຮຽກຮ້ອງໃຫ້ກຳມທິການປະຕິບັດພາລະໜ້າທີ່ຂອງຕົນໃຫ້ເປັນຢ່າງດີກວ່າອີກໃນໄລຍະຈະມາເຖິງ.
“ພັກ, ລັດ ມີຫຼາຍແຜນນະໂຍບາຍ, ນະໂຍບາຍໃໝ່ກ່ຽວກັບວັດທະນະທຳ ມີລັກສະນະບຸກທະລຸ. ຮຽກຮ້ອງໃນໄລຍະຈະມາເຖິງນີ້, ກຳມາທິການຕ້ອງມີວິທີເຮັດໃໝ່, ແນວຄິດໃໝ່, ການກະທຳໃໝ່, ຜະລິດຕະພັນໃໝ່ເພື່ອປະຕິບັດ. ຖ້າເຮັດຄືເກົ່າແມ່ນຍາກທີ່ຈະບືນຕົວຂຶ້ນ, ຍາກຈະມີຜະລິດຕະພັນພົ້ນເດັ່ນໄດ້”.
ທ່ານປະທານສະພາແຫ່ງຊາດໃສ່ໃຈວ່າ ຕ້ອງນຳໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ; ນຳໃຊ້ປັນຍາປະດິດ (AI) ໃນການສ້າງກົດໝາຍ, ໃນການຕິດຕາມສູງສຸດ, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ.







