ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຕ້ອງມີວິທີເຮັດໃໝ່, ແນວຄິດໃໝ່, ການກະທຳໃໝ່

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຈຳກຳມາທິການວັດທະນະທຳ ແລະ ສັງຄົມ.
  (ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ)  

ຕອນ​ເຊົ້າ​ວັນ​ທີ 18 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ທ່ານ ເຈິ່​ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ກຳ​ມາ​ທິ​​ການ​ວັດ​ທ​ະ​ນະ​ທຳ ແລະ ສັງ​ຄົມ.

ໂດຍ​ເນັ້​ນ​ໜັກ​ວ່າ ທີ່​ບັນ​ດາ​ສະ​ໄໝ​ປ​ະ​ຊຸມຂ​ອງ​ສະ​ພາ​ແຫ່ງ​ຊາດ, ຂົງ​ເຂດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ຈາກສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ, ສະ​ນັ້ນ, ທ່ານ​ຮຽກ​ຮ້ອງ​ໃຫ້​​ກຳ​ມ​ທິ​ການ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

“ພັກ, ລັດ ມີ​ຫຼາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃໝ່​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ມີ​ລັກ​ສະ​ນະ​ບຸກ​ທະ​ລຸ. ຮຽກ​ຮ້ອງ​ໃນ​ໄລ​ຍະ​ຈະ​ມາ​ເຖິງນີ້, ກຳ​​ມາ​ທິການ​ຕ້ອງມີ​ວິ​ທີ​ເຮັດ​ໃໝ່, ແນ​ວ​ຄິດ​ໃໝ່, ການ​ກະ​ທຳ​ໃໝ່, ຜະ​ລິດ​ຕະ​ພັນ​ໃໝ່​ເພື່ອ​ປະ​ຕິ​ບັດ. ຖ້າ​ເຮັດ​ຄື​ເກົ່າ​ແມ່ນ​ຍາ​ກທີ່​ຈະ​ບືນ​ຕົວ​ຂຶ້ນ, ຍາກ​ຈະ​ມີ​ຜ​ະ​ລິດ​ຕະ​ພັນ​ພົ້ນ​ເດັ່ນ​ໄດ້”.

ທ່ານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ໃສ່​ໃຈ​ວ່າ ຕ້ອງ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ; ນຳ​ໃຊ້​ປັນ​ຍາ​ປະ​ດິດ (AI) ໃນ​ການ​ສ້າງ​ກົດ​ໝາຍ, ໃນ​ການ​ຕິດ​ຕາມ​ສູງ​ສຸດ, ຕົກ​ລົງ​ຫຼາຍ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ.


top