• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ: ຕ້ອງມີຄວາມລະມັດລະວັງ, ພາວະວິໄສ, ມີປະຊາທິປະໄຕ, ມີວິທະຍາສາດໃນການປັບປຸງລັດຖະທຳມະນູນ

ກ່ຽວກັບກົນໄກ, ຕ້ອງຮັບປະກັນການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິທະຍາສາດຄຸ້ມຄອງ ແລະ ຮັບເອົາຄຳເຫັນຂອງປະຊາຊົນ.
(ທີ່ກອງປະຊຸມ)

ຕອນເຊົ້າວັນທີ 24 ມີນາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳພັກສະພາແຫ່ງຊາດ ເພື່ອປະກອບຄຳເຫັນຕໍ່ແຜນຮ່າງກວດກາຄືນ, ປັບປຸງ, ເພີ່ມເຕີມລັດຖະທຳມະນູນ, ກົດໝາຍຂອງລັດ (ແຜນຮ່າງ) ຮັບໃຊ້ການສັບຊ້ອນກົງຈັກຂອງລະບົບການເມືອງ ແລະ ຮ່າງບົດລາຍງານກ່ຽວກັບການສ້າງລະບອບລະບຽບການໃຫ້ສົມບູນແບບ ຮັບໃຊ້ການສັບຊ້ອນກົງຈັກຂອງລະບົບການເມືອງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກກ່ຽວກັບການປັບປຸງລັດຖະທຳມະນູນ, ຮຽກຮ້ອງຕ້ອງມີຄວາມລະມັດລະວັງ ແລະ ພາວະວິໄສ, ມີປະຊາທິປະໄຕ, ມີວິທະຍາສາດ ແລະ ມີປະສິດທິຜົນ. ກ່ຽວກັບກົນໄກ, ຕ້ອງຮັບປະກັນການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິທະຍາສາດຄຸ້ມຄອງ ແລະ ຮັບເອົາຄຳເຫັນຂອງປະຊາຊົນ. ທ່ານປະທານສະພາແຫ່ງຊາດ ຊີ້ແຈ້ງວ່າ:

“ລັກສະນະ, ເນື້ອໃນວຽກງານຂອງກອງປະຊຸມແມ່ນມີຄວາມສຳຄັນທີ່ສຸດ, ຈຳນວນໜ້າວຽກແມ່ນໃຫຍ່ຫຼວງ, ກ່ຽວຂ້ອງເຖິງໜ້າທີ່ຄວາມຮັບຜິດຊອບຂອງຫຼາຍອົງການຈັດຕັ້ງ ຕິດພັນກັບແຜນນະໂຍບາຍຫັນກົງຈັກໃຫ້ກະທັດລັດ, ສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງ”.

ມາຮອດປະຈຸບັນ, ມີ 16 ອົງການ, ອົງການຈັດຕັ້ງໄດ້ສົ່ງຄຳເຫັນ ແລະ ລ້ວນແຕ່ເຫັນດີຕໍ່ເນື້ອໃນພື້ນຖານຂອງແຜນຮ່າງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top