ຂ່າວສານ
ທ່ານປະທານປະເທດຫງວຽນຊວນຟຸກ: ສືບຕໍ່ປຸກລະດົມຂະບວນການແຂ່ງຂັນອອກແຮງງານປະດິດຄິດສ້າງໃນຂະແຫນງນ້ຳມັນອາຍແກສ
ທ່ານປະທານປະເທດຖືວ່າ: ພະນັກງານ, ກຳມະກອນນ້ຳມັນອາຍແກສ ທີ່ດີເດັ່ນ 70 ຄົນໃນຂະບວນການແຂ່ງຂັນ “ອອກແຮງງານເກັ່ງ -ມີຫົວຄິດປະດິດຄິດສ້າງໃນການອອກແຮງງານ”ແມ່ນໝາກຜົນທີ່ມີລັກສະນະເປັນຂີດໝາຍຂອງວິວັດການລົງທຶນ, ບຳລຸງສ້າງ, ພັດທະນາຖັນແຖວພະນັກງານ, ກຳມະກອນ, ຄົນງານນ້ຳມັນອາຍແກສທີ່ມີຄຸນນະພາບສູງ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ໃຫມ່. ທ່ານປະທານປະເທດຕີລາຄາສູງ ກຸ່ມບໍລິສັດນ້ຳມັນອາຍແກສແຫ່ງຊາດ ຫວຽດນາມ ເສີມຂະຫຍາຍກຳລັງແຮງປະດິດຄິດສ້າງຂອງກຳມະກອນຜູ້ອອກແຮງງານເພື່ອໃຫ້ມີ 2.800 ຜະລິດຕະພັນ, ຂໍ້ລິເລີ່ມ,ມາດຕະການໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດຊາດຈຳນວນເງິນກວ່າ 500 ລ້ານ USD. ທ່ານປະທານປະເທດ ຫງວຽນຊວນຟຸກເນັ້ນຫນັກວ່າ:
“ສືບຕໍ່ປຸກລະດົມຂະບວນການແຂ່ງຂັນອອກແຮງງານຢ່າງມີຫົວຄິດປະດິດສ້າງ,ແທດຈິງແລະມີປະສິດທິຜົນ,ເຮັດແນວໃດສ້າງກຳລັງຫນູນໃຫມ່ໃນການອອກແຮງງານ, ຄົ້ນຄ້ວາວິທະຍາສາດ, ດັດປັບເຕັກນິກ, ສ້າງສະພາບແວດລ້ອມສະດວກເພື່ອພັດທະນາຄວາມເກັ່ງກ້າສາມາດຂອງຂະແຫນງນ້ຳມັນອາຍແກສ. ພະນັກງານ ລັດຖະກອນກຳມະກອນແຕ່ລະຄົນຕ້ອງມີຄວາມຄາດຫວັງໃນການພັດທະນາວິສາຫະກິດຕົນ ພ້ອມກັນມານະພະຍາຍາມອຸທິດສ່ວນດ້ວຍວຽກງານທີ່ລະອຽດ”.