ຕອນເຊົ້າວັນທີ 29 ຕຸລາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ເລີ່ມຕົ້ນການເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2025 ຢູ່ນະຄອນ Gyeongju ແລະ ເຮັດວຽກ 2 ຝ່າຍຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແຕ່ວັນທີ 29 ຕຸລາ ຮອດວັນທີ 01 ພະຈິກ.
ຕອບສຳພາດຕໍ່ສື່ມວນຊົນກ່ອນການໄປປະຕິບັດງານໃນຄັ້ງນີ້ຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິນຮັ່ງ, ຢືນຢັນວ່າ:
“ທ່ານປະທານປະເທດເຂົ້າຮ່ວມສັບປະດາສຸດຍອດ APEC ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນແນວທາງການຕ່າງປະເທດ ແລະ ບັນດາແຜນນະໂຍບາຍ, ຄຳຕັດສິນນະໂຍບາຍໃຫຍ່ຂອງພັກ ແລະ ລັດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່, ສືບຕໍ່ປະຕິບັດບາດກ້າວຫັນປ່ຽນດ້ານຈິນຕະນາການ ແລະ ວິທີສຳພັດໃໝ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ທ່ານປະທານປະເທດ ຈະພ້ອມກັບການນຳ APEC ປຶກສາຫາລືບັນດາບັນຫາໃຫຍ່ທີ່ວາງອອກຕໍ່ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ທົ່ວໂລກ ແລະ ຫຼາຍຂົງເຂດອື່ນ”.








