• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ

ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ ໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເປັນປະທານຮ່ວມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍໃນການປ່ຽນແປງຂອງດິນຟ້າອາກາດ, ທ່ານປະທານປະເທດຖືວ່າ ບັນດາປະເທດຕ້ອງປະຕິບັດຄຳໝັ້ນສັນຍາດ້ານການເງິນກ່ຽວກັບດິນຟ້າອາກາດຢ່າງຄົບຖ້ວນ, ທັນການ, ພິເສດແມ່ນແຫຼ່ງກຳລັງໃຫ້ແກ່ການຫັນປ່ຽນຢ່າງຍຸຕິທຳ, ຕິດພັນກັບການຮັບປະກັນຊີວິດສັງຄົມ, ການສ້າງວຽກເຮັດງານທຳ, ໜູນຊ່ວຍຜູ້ອອກແຮງງານ ແລະ ປະຊາຄົມທີ່ຖືກຄວາມສ່ຽງສູງກວ່າເພີ່ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແບ່ງປັນ 3 ຂໍ້ສະເໜີກ່ຽວກັບການປະຕິບັດຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ

ຫວຽດນາມ ແບ່ງປັນ 3 ຂໍ້ສະເໜີກ່ຽວກັບການປະຕິບັດຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ

ກອງປະຊຸມສຸດຍອດຄັ້ງທີ 1 ກ່ຽວກັບພື້ນຖານເສດຖະກິດທົ່ວໂລກແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ: ປະຕິບັດບັນດາຄຳໝັ້ນສັນຍາດ້ານການເງິນໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ.

Top