ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດກອງປະຊຸມຂັ້ນສູງກ່ຽວກັບການກະທຳດ້ານດິນຟ້າອາກາດ ໂດຍທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ແລະ ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເປັນປະທານຮ່ວມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ມີສະຕິຢ່າງຈະແຈ້ງ ແລະ ຢືດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງ, ກົມກຽວລະຫວ່າງການເຕີບໂຕເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍໃນການປ່ຽນແປງຂອງດິນຟ້າອາກາດ, ທ່ານປະທານປະເທດຖືວ່າ ບັນດາປະເທດຕ້ອງປະຕິບັດຄຳໝັ້ນສັນຍາດ້ານການເງິນກ່ຽວກັບດິນຟ້າອາກາດຢ່າງຄົບຖ້ວນ, ທັນການ, ພິເສດແມ່ນແຫຼ່ງກຳລັງໃຫ້ແກ່ການຫັນປ່ຽນຢ່າງຍຸຕິທຳ, ຕິດພັນກັບການຮັບປະກັນຊີວິດສັງຄົມ, ການສ້າງວຽກເຮັດງານທຳ, ໜູນຊ່ວຍຜູ້ອອກແຮງງານ ແລະ ປະຊາຄົມທີ່ຖືກຄວາມສ່ຽງສູງກວ່າເພີ່ນ.