• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍ້ວັນເຖືອງ ໄປຮອດ ໂຕກຽວ, ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ນີ້ແມ່ນເຫດການການເມືອງສຳຄັນ, ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດພ້ອມກັນແລກປ່ຽນ ແລະ ເປັນເອກະພາບກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ.
ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Haneda

ຕອນບ່າຍວັນທີ 26 ພະຈິກ, ທ່ານປະທານປະເທດ ຫວໍ້ວັນເຖືອງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Haneda, ໂຕກຽວ, ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ແຕ່ວັນທີ 27-30 ພະຈິກ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida ແລະ ພັນລະຍາ ຈະເປັນປະທານພິທີຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ແລະ ພັນລະຍາ ຢ່າງສົມກຽດ. ການນຳ 2 ທ່ານຈະນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດດຳເນີນການເຈລະຈາ, ຕີລາຄາບັນດາຜົນງານທີ່ບັນລຸໄດ້ ໃນໄລຍະ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1973 – 2023) ແລະ ວາງອອກບັນດາທິດທາງຮ່ວມມືຢ່າງແຮງກວ່າໃນໄລຍະຈະມາເຖິງ.
ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮຽວ ແລ້ວ, ຫວຽດນາມ ຖືເປັນສຳຄັນການຢ້ຽມຢາມ ຍີ່ປຸ່ນ ຄັ້ງນີ້ຂອງທ່ານປະທານປະເທດ ຫວໍ້ວັນເຖືອງ. ນີ້ແມ່ນເຫດການການເມືອງສຳຄັນ, ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດພ້ອມກັນແລກປ່ຽນ ແລະ ເປັນເອກະພາບກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດ, ແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດໃຫ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່ຢ່າງແຮງ, ຮອບດ້ານ, ແທດຈິງ, ບັນລຸປະສິດທິຜົນດີກວ່າເກົ່າ, ຕອບສະໜອງຄວາມປາດຖະໜາຂອງປະຊາຊົນ 2 ປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.

Top