• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ

ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ກຳປູເຈຍ, ຖືນີ້ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ.
(ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ)

ຕອນບ່າຍວັນທີ 13 ພະຈິກ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ທີ່ພວມຢ້ຽມຢາມ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ກຳປູເຈຍ, ຖືນີ້ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຊຸກຍູ້, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ການຮ່ວມມືລະຫວ່າງສອງກອງທັບ ແລະ ສອງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ ສອງກະຊວງປ້ອງກັນປະເທດ ຈະເພີ່ມທະວີການຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານດ້ານປ້ອງກັນປະເທດ ແລະ ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອໃຫ້ການຮ່ວມມືນັບມື້ນັບດີຂຶ້ນ.

ສ່ວນທ່ານພົນເອກ Tea Seiha ແບ່ງປັນວ່າ, ລັດຖະບານ ກຳປູເຈຍ ອາຍຸການໃໝ່, ມີສະມາຊິກໃໝ່ຫຼາຍທ່ານ ແລະ ບັນດາສະມາຊິກ ລ້ວນແຕ່ມານະພະຍາຍາມສືບທອດ ແລະ ຊຸກຍູ້ບັນດາຜົນງານ ເຊິ່ງຄົນລຸ້ນກ່ອນໄດ້ສ້າງໄວ້ ແລະ ສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບມື້ນັບພັດທະນາ.

 

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top